ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ

ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ

ຫວຽດນາມກຽມປະຕິຮູບລະບົບລັດຖະກອນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ດ້ວຍການຫລຸດຈໍານວນກະຊວງ ແລະ ໜ່ວຍງານພາກລັດ ພ້ອມຫລຸດຈໍານວນພະນັກງານລັດລົງ ໂດຍມຸ່ງເນັ້ນກໍາຈັດລະບົບລັດຖະກອນແບບເກົ່າ ແລະ ເພີ່ມປະສິດທິພາບການເຮັດວຽກ ເພື່ອກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ. ແຜນການປັບໂຄງສ້າງດັ່ງກ່າວນີ້ຖືກເປີດເຜີຍໃນກອງປະຊຸມທີ່ຈັດຂຶ້ນໂດຍຄະນະກໍາມະການບໍລິຫານ ແລະ ສໍານັກງານເລາຂາທິການພັກ ເມື່ອວັນທີ 1 ທັນວາ 2024 ເພື່ອຫາລືກ່ຽວກັບການດໍາເນີນການຕາມມະຕິທີ 18…

ຫວຽດນາມເລີ່ມປັບໂຄງສ້າງຄັ້ງໃຫຍ່ ສະຖານີໂທລະພາບຂອງລັດຫລາຍແຫ່ງຈໍດໍາ

ຫວຽດນາມເລີ່ມປັບໂຄງສ້າງຄັ້ງໃຫຍ່ ສະຖານີໂທລະພາບຂອງລັດຫລາຍແຫ່ງຈໍດໍາ

      ມາດຕະການປະຕິຮູບໂຄງສ້າງໜ່ວຍງານລັດຂອງຫວຽດນາມເລີ່ມດໍາເນີນຢ່າງຊັດເຈນຂຶ້ນ ໂດຍສະຖານີໂທລະພາບຂອງລັດຫລາຍແຫ່ງເລີ່ມຢຸດອອກອາກາດ ໂດຍອາດມີການຄວບລວມກັນໃນລໍາດັບຕໍ່ໄປ.      ສະຖານີໂທລະພາບ VTC ເຊິ່ງເປັນສະຖານີໂທລະພາບຂະໜາດໃຫຍ່ທີ່ສຸດອັນດັບສອງຂອງຫວຽດນາມ ພ້ອມສະຖານີໃນເຄືອຂ່າຍອີກ 13 ຊ່ອງ ຢຸດການອອກອາກາດ ໃນວັນທີ 14 ມັງກອນຜ່ານມາ ໂດຍຍັງບໍ່ມີຄວາມຊັດເຈນວ່າ: ຈະເກີດຫຍັງຂຶ້ນຕໍ່ພະນັກງານປະມານ 800 ຄົນຂອງ VTC…

ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ

ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ

       ປະທານາທິບໍດີ ເຣເຊບ ເທຍິບ ເອີໂດກັນ ຜູ້ນໍາຕວກກີ ຂະຫຍາຍຂອບເຂດຂອງຄໍາໝັ້ນທາງການເງິນ ສໍາລັບຄອບຄົວ ແລະ ຄູ່ບ່າວສາວທີ່ຫາກໍແຕ່ງດອງ ເພື່ອສະໜັບສະໜູນການມີລູກ ທ່າມກາງບັນຫາປະຊາກອນຫລຸດລົງຢ່າງຕໍ່ເນື່ອງ ເຊິ່ງອາດສົ່ງຜົນກະທົບຕໍ່ການເຕີບໃຫຍ່ທາງເສດຖະກິດ.        ທ່ານ ເອີໂດກັນ ກ່າວວ່າ: ຜູ້ສູງອາຍຸຂອງຕວກກີມີອັດຕາຫລາຍກວ່າ 10% ຂອງປະຊາກອນທັງໝົດ…

ຕໍາຫລວດ ສ.ເກົາຫລີ ຈັບກຸມທ່ານ ຢຸນຊອກຢໍ ຫລັງບັງຄັບໃຊ້ໝາຍຈັບຮອບ 2

ຕໍາຫລວດ ສ.ເກົາຫລີ ຈັບກຸມທ່ານ ຢຸນຊອກຢໍ ຫລັງບັງຄັບໃຊ້ໝາຍຈັບຮອບ 2

       ຕໍາຫລວດ ສ.ເກົາຫລີ ບຸກຈັບກຸມທ່ານ ຢຸນຊອກຢໍ ປະທານາທິບໍດີ ທີ່ຖືກຖອດຖອນອອກຈາກຕໍາແໜ່ງ ຢູ່ເຮືອນພັກໃນນະຄອນຫລວງເຊອຸນ ພາຍຫລັງພະຍາຍາມບັງຄັບໃຊ້ໝາຍຈັບຄັ້ງທີ 2 ໂດຍຂະບວນລົດທີ່ຄາດວ່າຄວບຄຸມທ່ານ ຢຸນຊອກຢໍ ເຄື່ອນທີ່ອອກຈາກເຮືອນພັກແລ້ວ.       ປະຕິບັດການບຸກຈັບທ່ານ ຢຸນຊອກຢໍ ເກີດຂຶ້ນແຕ່ເຊົ້າມືດຂອງວັນທີ 15 ມັງກອນ ທ່າມກາງການຮ່ວມມືລະຫວ່າງຕໍາຫລວດ…

ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ

ບຼາຊິວ ອອກກົດໝາຍຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 13 ມັງກອນ 2025ທ່ານ ລູອິສ ອິນາຊິໂອ ລູລາ ຊິວວາ ປະທານນາທິບໍດີຂອງບຼາຊິວ ລົງນາມຮ່າງກົດໝາຍ ການຈໍາກັດການໃຊ້ສະມາດໂຟນໃນໂຮງຮຽນ ຄືກັບຫລາຍປະເທດໃນທົ່ວໂລກ. ກົດໝາຍນີ້ ຈະມີຜົນຕໍ່ນັກຮຽນຊັ້ນປະຖົມ ແລະ ມັດທະຍົມທົ່ວປະເທດ ເຊິ່ງຈະສາມາດໃຊ້ສະມາດໂຟນໄດ້ສະເພາະກໍລະນີສຸກເສີນ ແລະ ອັນຕະລາຍ,…

ທ່ານ ຢຸນ ຊອກຢອນ ປະທານາທິບໍດີ ສ.ເກົາຫລີ ຖືກຈັບກຸມຕົວແລ້ວ ອາດຈະມີຄວາມຜິດໃນຖານກໍ່ການກະບົດ

ທ່ານ ຢຸນ ຊອກຢອນ ປະທານາທິບໍດີ ສ.ເກົາຫລີ ຖືກຈັບກຸມຕົວແລ້ວ ອາດຈະມີຄວາມຜິດໃນຖານກໍ່ການກະບົດ

ສື່ຂ່າວ ສ.ເກົາຫລີລາຍງານວ່າ: ເວລາ 10:33 ນາທີ ຕາມເວລາທ້ອງຖິ່ນ ທ່ານ ຢຸນ ຊອກຢອນ ປະທານາທິບໍດີ ສ.ເກົາຫລີ ຖືກຈັບກຸມຕົວໄດ້ແລ້ວ ໂດຍຕໍາຫລວດຂອງສໍານັກງານກວດສອບການສໍ້ລາດບັງຫລວງລະດັບສູງ (CIO) ຕາມໝາຍຈັບ ເຊິ່ງເປັນການພະຍາຍາມຈັບກຸມເທື່ອທີ 2 ຫລັງຈາກຄວາມພະຍາຍາມຈັບກຸມເທື່ອທໍາອິດບໍ່ສໍາເລັດ. ການຈັບກຸມຄັ້ງນີ້ເຮັດໃຫ້ ທ່ານ…

ສະພາບເມືອງລອສແອນເຈລິສ ກ່ອນ-ຫລັງ ຜະເຊີນໄຟໄໝ້ປ່າຄັ້ງຮ້າຍແຮງ

ສະພາບເມືອງລອສແອນເຈລິສ ກ່ອນ-ຫລັງ ຜະເຊີນໄຟໄໝ້ປ່າຄັ້ງຮ້າຍແຮງ

       ພາບຖ່າຍດາວທຽມ Maxar Technologies ປຽບທຽບສະພາບບ້ານເຮືອນໃນຫລາຍພື້ນທີ່ຂອງນະຄອນລອສແອນເຈລິສ ລັດແຄລິຟໍເນຍ ພາຍຫລັງຜະເຊີນວິກິດໄຟໄໝ້ປ່າຄັ້ງຮ້າຍແຮງ ສົ່ງຜົນເຮັດໃຫ້ເນື້ອທີ່ປ່າໄມ້ຫລາຍໝື່ນໄລຖືກທໍາລາຍ, ບ້ານເຮືອນປະຊາຊົນ ແລະ ສິ່ງປຸກສ້າງນັບໝື່ນໄດ້ຮັບຄວາມເສຍຫາຍຢ່າງໜັກ.        ຫລ້າສຸດມີຜູ້ເສຍຊີວິດເພີ່ມເປັນຢ່າງໜ້ອຍ 11 ຄົນແລ້ວ ແລະ ເປັນໄປໄດ້ວ່າອາດເພີ່ມສູງຂຶ້ນອີກ. ຂະນະທີ່ໜ່ວຍມອດໄຟຍັງພະຍາຍາມເລັ່ງຄວບຄຸມໄຟໄໝ້ປ່າທີ່ເຫລືອຢູ່ 4 ຈຸດ…

ທ່ານ ມາດູໂຣ ຮັບຕໍາແໜ່ງຜູ້ນໍາເວເນຊູເອລາສະໄໝທີ 3

ທ່ານ ມາດູໂຣ ຮັບຕໍາແໜ່ງຜູ້ນໍາເວເນຊູເອລາສະໄໝທີ 3

      ປະທານາທິບໍດີ ນິໂຄລັສ ມາດູໂຣ ຮັບຕໍາແໜ່ງຜູ້ນໍາເວເນຊູເອລາ ເປັນສະໄໝທີ 3 ຕິດຕໍ່ກັນ ຢ່າງເປັນທາງການ. ຂະນະທີ່ລັດຖະບານອາເມລິກາປະກາດລາງວັນນໍາຈັບ 25 ລ້ານໂດລາ ຂໍ້ຫາກ່ຽວຂ້ອງກັບເລື່ອງຢາເສບຕິດ.       ປະທານາທິບໍດີ ນິໂຄລັສ ມາດູໂຣ ສາບານຕົນຢູ່ທໍານຽບ ໃນນະຄອນຫລວງກາຣາກັສ ໃນວັນທີ…

ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ

ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ

       ຈີນລາຍງານການພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ໂດຍເນັ້ນວ່າ: ສາມາດຄວບຄຸມການແຜ່ລະບາດໄດ້ຢ່າງມີປະສິດທິພາບ.        ພາຍຫລັງອົງການອະນາໄມໂລກ (WHO) ປະກາດສະຖານະການສຸກເສີນດ້ານສາທາລະນະສຸກທົ່ວໂລກ ສໍາລັບການລະບາດຂອງພະຍາດໝາກສຸກລີງ ໃນເດືອນສິງຫາປີຜ່ານມາ ແລະ ຄັ້ງທີສອງໃນເດືອນພະຈິກຜ່ານມາ ເມື່ອການລະບາດຢູ່ຄອງໂກມີຜູ້ເສຍຊີວິດ 1,000 ກວ່າຄົນນັ້ນ.       ພຽງ 2…

ຫວຽດນາມຂຶ້ນຄ່າປັບໄໝຜູ້ກະທໍາຜິດກົດຈະລາຈອນ ຄົນແຈ້ງເບາະແສອາດໄດ້ຮັບສູງສຸດ 5 ລ້ານດົງ

ຫວຽດນາມຂຶ້ນຄ່າປັບໄໝຜູ້ກະທໍາຜິດກົດຈະລາຈອນ ຄົນແຈ້ງເບາະແສອາດໄດ້ຮັບສູງສຸດ 5 ລ້ານດົງ

      ຫວຽດນາມມີນະໂຍບາຍມອບເງິນລາງວັນໃຫ້ປະຊາຊົນທີ່ແຈ້ງເບາະແສກ່ຽວກັບການກະທໍາຜິດກົດຈະລາຈອນສູງສຸດ 5 ລ້ານດົງ.       ນັບແຕ່ວັນທີ 1 ມັງກອນຜ່ານມາ, ທາງການຫວຽດນາມເພີ່ມຄ່າປັບໄໝສໍາລັບຜູ້ກະທໍາຜິດກົດຈະລາຈອນ ຈົນເຖິງລະດັບທີ່ຜູ້ຂັບຂີ່ທົ່ວໄປເກືອບຈະຈ່າຍບໍ່ໄດ້ ສໍາລັບການລະເມີດກົດຕ່າງໆ ລວມທັງການຝ່າໄຟແດງ ແລະ ໃຊ້ໂທລະສັບມືຖື.       ພາຍໃຕ້ກົດໝາຍໃໝ່ ບຸກຄົນໃດກໍຕາມທີ່ລາຍງານການກະທໍາຜິດກົດຈະລາຈອນໄດ້ຮັບເງິນລາງວັນ ເປັນອັດຕາສູງສຸດ 10% ຂອງຄ່າປັບໄໝທັງໝົດທີ່ມີການເກັບກັບຜູ້ທີ່ລະເມີດ…