ທ່ານ ຢຸນ ຊອກຢອນ ປະທານາທິບໍດີ ສ.ເກົາຫລີ ຖືກຈັບກຸມຕົວແລ້ວ ອາດຈະມີຄວາມຜິດໃນຖານກໍ່ການກະບົດ

ສື່ຂ່າວ ສ.ເກົາຫລີລາຍງານວ່າ: ເວລາ 10:33 ນາທີ ຕາມເວລາທ້ອງຖິ່ນ ທ່ານ ຢຸນ ຊອກຢອນ ປະທານາທິບໍດີ ສ.ເກົາຫລີ ຖືກຈັບກຸມຕົວໄດ້ແລ້ວ ໂດຍຕໍາຫລວດຂອງສໍານັກງານກວດສອບການສໍ້ລາດບັງຫລວງລະດັບສູງ (CIO) ຕາມໝາຍຈັບ ເຊິ່ງເປັນການພະຍາຍາມຈັບກຸມເທື່ອທີ 2 ຫລັງຈາກຄວາມພະຍາຍາມຈັບກຸມເທື່ອທໍາອິດບໍ່ສໍາເລັດ.
ການຈັບກຸມຄັ້ງນີ້ເຮັດໃຫ້ ທ່ານ ຢຸນ ຊອກຢອນ ກາຍເປັນປະທານາທິບໍດີ ຄົນທໍາອິດໃນປະຫວັດສາດຂອງ ສ.ເກົາຫລີ ທີ່ຖືກຈັບກຸມ ໃນຂະນະທີ່ຍັງດໍາລົງຕໍາແໜ່ງຢູ່ ເຊິ່ງຈະຖືກຕໍາຫລວດສອບສວນເລື່ອງການປະກາດກົດໄອຍະການເສິກ ເມື່ອຕົ້ນເດືອນທັນວາ 2024 ຜ່ານມາ ເຊິ່ງອາດເປັນຄວາມຜິດໃນຖານກໍ່ການກະບົດ.

