ສະມາຊິກສະພາ ສ.ເກົາຫລີ ສະເໜີຮ່າງກົດໝາຍແຕ່ງດອງເພດດຽວກັນສະບັບທໍາອິດຂອງປະເທດເຂົ້າສູ່ສະພາ

ທ່ານ Jang Hye-yeong ສະມາຊິກສະພາຈາກພັກຈັສຕິກ (Justice Party) ແລະ ສະມາຊິກສະພາອີກ 12 ທ່ານຈາກພັກຝ່າຍຄ້ານສໍາຄັນ ຮ່ວມກັນສະເໜີຮ່າງກົດໝາຍແຕ່ງດອງເພດດຽວກັບສະບັບທໍາອິດຂອງ ສ.ເກົາຫລີ ເຂົ້າສູ່ການພິຈາລະນາໃນສະພາ ໂດຍຖືເປັນການເຄື່ອນໄຫວທີ່ກຸ່ມສິດທິພົນລະເມືອງຍົກຍ້ອງວ່າເປັນໄລຍະເວລາທີ່ສໍາຄັນຂອງການຕໍ່ສູ້ເພື່ອຄວາມເທົ່າທຽມ.
ຮ່າງກົດໝາຍດັ່ງກ່າວຈະຖືກຊຸກດັນໂດຍການແກ້ໄຂກົດໝາຍແພ່ງ ເພື່ອລວມເອົາບຸກຄົນເພດດຽວກັນໃນກົດໝາຍດ້ານການແຕ່ງດອງ. ຂະນະທີ່ຄາດວ່າຮ່າງກົດໝາຍອາດຈະບໍ່ຜ່ານການຮັບຮອງ, ແຕ່ຍັງເປັນສ່ວນໜຶ່ງຂອງຮ່າງກົດໝາຍ 3 ສະບັບ ທີ່ຄາດວ່າຈະເພີ່ມແຮງກົດດັນໃຫ້ລັດຖະບານຂະຫຍາຍແນວຄິດເລື່ອງຄອບຄົວອອກໄປນອກເໜືອເກນດັ້ງເດີມ ໂດຍຮ່າງກົດໝາຍອີກສອງສະບັບກ່ຽວຂ້ອງກັບການຄອງຄູ່ແບບກົດໝາຍຮັບຮອງ (Civil Union) ແລະ ການສ້າງເດັກຫລອດແກ້ວສໍາລັບຜູ້ຍິງທີ່ບໍ່ໄດ້ແຕ່ງດອງ.
ຜ່ານມາ ສ.ເກົາຫລີ ບໍ່ຍອມຮັບການແຕ່ງດອງຂອງເພດດຽວກັນ ເຖິງວ່າລັດຖະທໍາມະນູນຈະກໍານົດໃຫ້ການແຕ່ງດອງ ແລະ ຄອບຄົວຕ້ອງສ້າງຂຶ້ນ “ບົນພື້ນຖານຂອງສັກສີສ່ວນບຸກຄົນ ແລະ ຄວາມເທົ່າທຽມກັນຂອງເພດ”, ແຕ່ບົດບັນຍັດນີ້ຖືກເບິ່ງວ່າເປັນການຈໍາກັດສະເພາະ “ການແຕ່ງດອງລະຫວ່າງຄູ່ຮັກເພດກົງກັນຂ້າມ”.
ເຖິງຢ່າງໃດກໍຕາມ, ຄວາມພະຍາຍາມໃນການໃຫ້ສິດທາງກົດໝາຍຕໍ່ຄູ່ຮັກເພດດຽວກັນຖືກຕໍ່ຕ້ານຈາກກຸ່ມສາສະໜາທີ່ອ້າງວ່າການເຄື່ອນໄຫວດັ່ງກ່າວຈະເຮັດໃຫ້ “ການຮັກຮ່ວມເພດເປັນເລື່ອງຖືກກົດໝາຍ” ເຊິ່ງຂໍ້ຂັດແຍ່ງນີ້ຍັງຖືກໃຊ້ເພື່ອປິດກັ້ນກົດໝາຍຕໍ່ຕ້ານການເລືອກປະຕິບັດ.
ການສະເໜີຮ່າງກົດໝາຍແຕ່ງດອງເພດດຽວກັນດັ່ງກ່າວເປັນໄປຕາມຄໍາຕັດສິນຄັ້ງສໍາຄັນໃນເດືອນກຸມພາຜ່ານມາ ເຊິ່ງໃຫ້ການຍອມຮັບຕໍ່ສະຖານະທາງກົດໝາຍຂອງຄູ່ຮັກເພດດຽວກັນເປັນຄັ້ງທໍາອິດໃນທາງການປະກັນສຸຂະພາບ.
ຂະນະທີ່ຄວາມພະຍາຍາມໃນການຊຸກຍູ້ຮ່າງກົດໝາຍແຕ່ງດອງເພດດຽວກັນຂອງ ສ.ເກົາຫລີ ເກີດຂຶ້ນໃນໄລຍະເວລາທີ່ຫລາຍປະເທດ ແລະ ດິນແດນໃນພາກພື້ນມີຄວາມຄືບໜ້າທີ່ສໍາຄັນ ໂດຍອົດສະຕຣາລີ, ນິວຊີແລນ ແລະ ໄຕ້ຫວັນ ໄດ້ຂະຫຍາຍສິດການແຕ່ງດອງຂອງເພດດຽວກັນແລ້ວ. ຂະນະທີ່ຍີ່ປຸ່ນ ໃນວັນທີ 30 ພຶດສະພາຜ່ານມາ, ສານໄດ້ຕັດສິນໃຫ້ການຫ້າມການແຕ່ງດອງຂອງຄົນເພດດຽວກັນຂັດຕໍ່ລັດຖະທໍາມະນູນ.
ອ້າງອີງ:

