UN ເຕືອນ ວິກິດນໍ້າໂລກຈາກການບໍລິໂພກເກີນຈໍາເປັນ ແລະ ສະພາບໂລກປັ່ນປ່ວນອາດຮຸນແຮງຈົນ “ຄວບຄຸມບໍ່ໄດ້”
ອົງການສະຫະປະຊາຊາດ (UN) ເຜີຍແພ່ລາຍງານການພັດທະນານໍ້າໂລກ ເຕືອນໂລກກໍາລັງຜະເຊີນວິກິດນໍ້າທີ່ອາດທະວີຄວາມຮຸນແຮງຂຶ້ນຈົນບໍ່ສາມາດຄວບຄຸມໄດ້ ເນື່ອງຈາກຄວາມຕ້ອງການບໍລິໂພກນໍ້າທີ່ເພີ່ມຂຶ້ນ ແລະ ຜົນກະທົບທີ່ຂະຫຍາຍຕົວຈາກສະພາບໂລກປັ່ນປ່ວນ ເຊິ່ງກໍ່ໃຫ້ເກີດແຮງກົດດັນມະຫາສານຕໍ່ຊັບພະຍາກອນນໍ້າທົ່ວໂລກ. ການເຜີຍແພ່ລາຍງານຂອງ UN ມີຂຶ້ນກ່ອນກອງປະຊຸມສຸດຍອດດ້ານນໍ້າ ປີ 2023 (UN 2023 Water Conference) ທີ່ຈັດຂຶ້ນໃນນະຄອນນິວຢ໋ອກ ວັນທີ 22…









