ທ່ານ ເນທັນຢາຮູ ປະກາດເດີນໜ້າແຜນປະຕິຮູບສານສູງສຸດ ເຖິງວ່າຊາວອິດສະລາແອນປະທ້ວງໜັກ

ທ່ານ ເນທັນຢາຮູ ປະກາດເດີນໜ້າແຜນປະຕິຮູບສານສູງສຸດ ເຖິງວ່າຊາວອິດສະລາແອນປະທ້ວງໜັກ

ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີຂອງອິດສະລາແອນ ປະກາດເດີນໜ້າແຜນປະຕິຮູບສານສູງສຸດ ເຖິງວ່າຊາວອິດສະລາແອນຈໍານວນຫລາຍຈະປະທ້ວງ ແລະ ຕໍ່ຕ້ານຢ່າງໜັກ ໂດຍການຜ່ານຮ່າງກົດໝາຍສະບັບໃໝ່ທີ່ເຮັດໃຫ້ສານຖອດຖອນຜູ້ດໍາລົງຕໍາແໜ່ງທາງການເມືອງໄດ້ຍາກຂຶ້ນໃນວັນທີ 23 ມີນາ ຍິ່ງເຮັດໃຫ້ສະຖານະການຢູ່ອິດສະລາແອນຮຸນແຮງຂຶ້ນ. ຊາວອິດສະລາແອນຫລາຍໝື່ນຄົນນັດລວມຕົວປະທ້ວງຢູ່ເມືອງສໍາຄັນຕ່າງໆທົ່ວປະເທດ ໂດຍສະເພາະຢູ່ເມືອງເທລອາວີບ ຖະໜົນຫລາຍເສັ້ນຖືກປິດກັ້ນ. ຂະນະທີ່ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງພະຍາຍາມໃຊ້ລົດສີດນໍ້າເພື່ອສະຫລາຍການຊຸມນຸມ ໂດຍມີຜູ້ຮ່ວມຊຸມນຸມບາງສ່ວນຖືກເຈົ້າໜ້າທີ່ຄວບຄຸມຕົວໄປດໍາເນີນຄະດີຕາມກົດໝາຍ. ທ່ານ ເນທັນຢາຮູ ຍັງລະບຸອີກວ່າ:…

ສະເປນ ກຳລັງປະເຊີນໄຟປ່າຮຸນແຮງຄັ້ງທຳອິດ ປະຊາຊົນຕ້ອງອົບພະຍົບ ຫລາຍກວ່າ 1,000 ຄົນ

ສະເປນ ກຳລັງປະເຊີນໄຟປ່າຮຸນແຮງຄັ້ງທຳອິດ ປະຊາຊົນຕ້ອງອົບພະຍົບ ຫລາຍກວ່າ 1,000 ຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນມາດຣິດ ປະເທດສະເປນ ໃນວັນທີ 25 ມີນາ 2023 ນີ້ວ່າ: ທາງການສະເປນລາຍງານການເກີດໄຟປ່າ ໃກ້ກັບບ້ານວິວລານົວວາ ເດີ ວິເວີ ໃນແຄວ້ນບາເລນເຊຍ ຢູ່ທາງຕາເວັນອອກຂອງປະເທດ ໃນມື້ວານຜ່ານມາ, ເຊິ່ງເປັນໄຟປ່າຂະໜາດໃຫຍ່ຄັ້ງທຳອິດຂອງສະເປນ ສ້າງຄວາມເສຍຫາຍຫລາຍກວ່າ 3,000 ເຮັກຕາ ແລະ ປະຊາຊົນຢູ່ໃນພື້ນທີ່ສ່ຽງຕ້ອງອົບພະຍົບແລ້ວປະມານ…

ແຟງລັງ ເປີດໂຄງການທ່ອງທ່ຽວ ແບບບໍ່ເສຍຄ່າ ໃຫ້ຊາວຕ່າງປະເທດ

ແຟງລັງ ເປີດໂຄງການທ່ອງທ່ຽວ ແບບບໍ່ເສຍຄ່າ ໃຫ້ຊາວຕ່າງປະເທດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 23 ມີນາ 2023ຜ່ານມາ, ​ແຟງ​ລັງ ​ເປີດ​ໂຄງການ​ທ່ອງ​ທ່ຽວແບບ​ບໍ່​ເສຍ​ຄ່າ ໃຫ້​ຊາວ​ຕ່າງປະ​ເທດ ​ໄດ້​ຮຽນ​ຮູ້​ວິຖີ ​ຊີວິດ ຂອງປະ​ເທດ ທີ່​ມີ​ຄວາມສຸກ​ ທີ່​ສຸດ​ໃນ​ໂລກ ຫລັງ​ຈາກ ຕິດ​ອັນ​ດັບ​ແຖວ​ໜ້າ​ຂອງ​ໂລກ​ ຕິດ​ຕໍ່​ກັນ 6 ປີຊ້ອນ ຈາກ​ການຈັດ​​ອັນ​ດັບ​ຂອງ ສະຫະ​ປະຊາ​ຊາດ…

ອັບການິດສະຖານເປີດປີການສຶກສາໃໝ່ ຫລັງຫ້າມນັກຮຽນຍິງເຂົ້າສຶກສາຕໍ່ໃນລະດັບຊັ້ນມັດທະຍົມ

ອັບການິດສະຖານເປີດປີການສຶກສາໃໝ່ ຫລັງຫ້າມນັກຮຽນຍິງເຂົ້າສຶກສາຕໍ່ໃນລະດັບຊັ້ນມັດທະຍົມ

ໂຮງຮຽນຫລາຍແຫ່ງໃນອັບການິດສະຖານທະຍອຍເປີດປີການສຶກສາໃໝ່ ໂດຍມີນັກຮຽນຍິງຈໍານວນຫລາຍແສນຄົນບໍ່ໄດ້ຮັບໂອກາດທາງການສຶກສາ ຫລັງຈາກລັດຖະບານຕາລີບັນສັ່ງຫ້າມນັກຮຽນຍິງທົ່ວປະເທດເຂົ້າສຶກສາຕໍ່ໃນລະດັບຊັ້ນມັດທະຍົມສຶກສາ ມີພຽງເດັກຍິງທີ່ອາຍຸຕໍ່າກວ່າ 12 ປີລົງມາເທົ່ານັ້ນທີ່ຈະໄດ້ຮັບອະນຸຍາດໃຫ້ໄປໂຮງຮຽນ. ທ່ານ ຮາບິບູນເລາະ ອັກຮາ ລັດຖະມົນຕີສຶກສາທິການຂອງຕາລີບັນ ລະບຸວ່າ: ໂຮງຮຽນຊັ້ນປະຖົມສຶກສາຍັງເປີດກວ້າງສໍາລັບເດັກນັກຮຽນຍິງ, ແຕ່ຈະມີການຈໍາກັດສິດໃນການເຂົ້າສຶກສາຕໍ່ໃນລະດັບຊັ້ນມັດທະຍົມສຶກສາ ໂດຍລັດຖະບານຕາລີບັນໃຫ້ເຫດຜົນເພື່ອສ້າງຄວາມຍຸຕິທໍາຕໍ່ການກະທໍາດັ່ງກ່າວວ່າ: ພື້ນທີ່ການສຶກສາໂດຍສະເພາະໃນລະດັບຊັ້ນມັດທະຍົມສຶກສາຂາດສະພາບແວດລ້ອມທີ່ປອດໄພສໍາລັບເດັກນັກຮຽນຍິງ. ຄັ້ງນີ້ບໍ່ແມ່ນຄັ້ງທໍາອິດທີ່ລັດຖະບານຕາລີບັນຈໍາກັດສິດໃນການເຂົ້າສຶກສາຕໍ່ຂອງຜູ້ຍິງໃນອັບການິດສະຖານ ເພາະໃນໄລຍະທໍາອິດທີ່ກຸ່ມຕາລີບັນເຄີຍກ້າວຂຶ້ນມາບໍລິຫານປະເທດໃນໄລຍະປີ 1996-2001 ພວກເຂົາເຄີຍຈໍາກັດພື້ນທີ່ຂອງຜູ້ຍິງອັບການິດສະຖານອອກຈາກໂລກຂອງການສຶກສາ ແລະ…

ບໍລິສັດ ມາຣິອອນໄບໂອເທັກ ປະເທດອິນເດຍ ຖືກຖອນໃບອະນຸຍາດການຜະລິດຢ່າງຖາວອນ ຫລັງຢານ້ຳແກ້ໄອ Dok-1 Max ແລະ Ambronol ເຮັດໃຫ້ເດັກນ້ອຍເສຍຊີວິດ

ບໍລິສັດ ມາຣິອອນໄບໂອເທັກ ປະເທດອິນເດຍ ຖືກຖອນໃບອະນຸຍາດການຜະລິດຢ່າງຖາວອນ ຫລັງຢານ້ຳແກ້ໄອ Dok-1 Max ແລະ Ambronol ເຮັດໃຫ້ເດັກນ້ອຍເສຍຊີວິດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 22 ມີນາ 2023 ຜ່ານມາ, ທາງການລັດອຸດຕະ ທາງເໜືອຂອງປະເທດອິນເດຍ ປະກາດຍົກເລີກໃບອະນຸຍາດການຜະລິດຂອງບໍລິສັດ ມາຣິອອນ ໄບໂອເທັກ (Marion Biotech) ຢ່າງຖາວອນ, ຫລັງເກີດກໍລະນີການເສຍຊີວິດຂອງເດັກນ້ອຍ 18 ຄົນ ໃນ ອຸດສະເບກິດສະຖານ ທີ່ເຊື່ອມໂຍງກັບຢານ້ຳແກ້ໄອທີ່ບໍລິສັດນີ້ຜະລິດ….

ສປປ ເກົາຫລີ ກ່າວວ່າ: ກອງທັບທົດລອງໂດຣນໂຈມຕີໃຕ້ນໍ້າ ທີ່ສາມາດຕິດຫົວຮົບນິວເຄຼຍໄດ້

ສປປ ເກົາຫລີ ກ່າວວ່າ: ກອງທັບທົດລອງໂດຣນໂຈມຕີໃຕ້ນໍ້າ ທີ່ສາມາດຕິດຫົວຮົບນິວເຄຼຍໄດ້

ສໍານັກຂ່າວ KCNA ຂອງລັດຖະບານ ສປປ ເກົາຫລີ ເປີດເຜີຍວ່າ: ກອງທັບໄດ້ມີການທົດລອງໂດຣນໂຈມຕີໃຕ້ນໍ້າລຸ້ນໃໝ່ທີ່ສາມາດຕິດຫົວຮົບນິວເຄຼຍໄດ້ ເຊິ່ງມີປະສິດທິພາບໃນການສ້າງຄື້ນສຶນາມິກໍາມັນຕະພາບລັງສີ (Radioactive Tsunami). ໃນລະຫວ່າງການທົດລອງດັ່ງກ່າວ ໂດຣນໂຈມຕີໃຕ້ນໍ້າຂອງ ສປປ ເກົາຫລີ ລົງໄປປະຕິບັດການໃນລະດັບຄວາມເລິກ 80-150 ແມັດເປັນເວລາ 59 ຊົ່ວໂມງ ແລະ…

ທະນາຄານກາງໃນເອີຣົບ ປະກາດກ່ຽວກັບການປັບຂຶ້ນ ອັດຕາດອກເບ້ຍນະໂຍບາຍ

ທະນາຄານກາງໃນເອີຣົບ ປະກາດກ່ຽວກັບການປັບຂຶ້ນ ອັດຕາດອກເບ້ຍນະໂຍບາຍ

ສຳນັກຂ່າວ​ລອນ​ດອນລາຍງານ: ທະນາຄານ​ກາງ ຂອງ​ຫລາຍ​ປະ​ເທດ ​ໃນ​ເອີຣົບປະກາດ ການປັບຂຶ້ນອັດຕາ​ດອກ​ເບ້ຍນະ​ໂຍບາຍ ​ໃນ​ວັນ​ທີ 23 ​ມີນາ​ 2023 ນີ້, ຫລັງ​ຈາກ ​ທະນາຄານກາງ ສ.ອາ​ເມ​ລິ​ກາ ຫລື​ ເຟດ (Fed)ປະກາດ ​ຂຶ້ນ​ດອກ​ເບ້ຍ 0,25%​. ຂະນະ​ທີ່ ພາກ​ທຸລະ​ກິດ…

ແຂວງຄຳມ່ວນ ມີ 192 ໂຄງການ ມູນຄ່າການລົງທຶນ 7.088,06 ລ້ານໂດລາ ແລະ ທຶນຈົດທະບຽນ 2.793,42 ລ້ານໂດລາ

ແຂວງຄຳມ່ວນ ມີ 192 ໂຄງການ ມູນຄ່າການລົງທຶນ 7.088,06 ລ້ານໂດລາ ແລະ ທຶນຈົດທະບຽນ 2.793,42 ລ້ານໂດລາ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 22 ມີນາ 2023 ຜ່ານມາ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມໃຫ້ທິດຊີ້ນຳແກ່ຄະນະນຳ ແລະ…

ການຢ້ຽມຢາມຣັດເຊຍຂອງທ່ານສີຈິ້ນຜິງແມ່ນການຢ້ຽມຢາມມິດຕະພາບ ການຮ່ວມມື ແລະ ສັນຕິພາບທີ່ທົ່ວໂລກໃຫ້ຄວາມສົນໃຈເທື່ອໜຶ່ງ

ການຢ້ຽມຢາມຣັດເຊຍຂອງທ່ານສີຈິ້ນຜິງແມ່ນການຢ້ຽມຢາມມິດຕະພາບ ການຮ່ວມມື ແລະ ສັນຕິພາບທີ່ທົ່ວໂລກໃຫ້ຄວາມສົນໃຈເທື່ອໜຶ່ງ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຢ້ຽມຢາມຣັດເຊຍທາງລັດຖະກິດລະຫວ່າງວັນທີ 20 ຫາ 22 ມີນາ 2023 ນີ້. ພາຍຫຼັງທ່ານສີຈິ້ນຜິງສຳເລັດການຢ້ຽມຢາມ, ທ່ານຊີນກ່າງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ, ການຢ້ຽມຢາມເທື່ອນີ້ແມ່ນການຢ້ຽມຢາມມິດຕະພາບ ການຮ່ວມມື ແລະ ສັນຕິພາບທີ່ທົ່ວໂລກໃຫ້ຄວາມສົນໃຈ. ທ່ານຊີນກ່າງກ່າວຕື່ມວ່າ,…

ຈີນອະນຸມັດໃຊ້ວັກຊີນປ້ອງກັນໂຄວິດ mRNA ພັດທະນາໃນປະເທດສູດທໍາອິດ ຜົນທົດລອງຊີ້ປະສິດທິພາບສູງ

ຈີນອະນຸມັດໃຊ້ວັກຊີນປ້ອງກັນໂຄວິດ mRNA ພັດທະນາໃນປະເທດສູດທໍາອິດ ຜົນທົດລອງຊີ້ປະສິດທິພາບສູງ

ລັດຖະບານຈີນອະນຸມັດນໍາໃຊ້ວັກຊີນປ້ອງກັນໂຄວິດຊະນິດ mRNA ທີ່ພັດທະນາຂຶ້ນພາຍໃນປະເທດເປັນສູດທໍາອິດ ໂດຍບໍລິສັດ CSPC Pharmaceutical Group Ltd ເຊິ່ງເປັນການອະນຸມັດໃຊ້ໃນກໍລະນີສຸກເສີນ ໂດຍໜ່ວຍງານເບິ່ງແຍງດ້ານສາທາລະນະສຸກຂອງນະຄອນຫລວງປັກກິ່ງ. ຖະແຫລງການຈາກບໍລິສັດ CSPC ລະບຸຜົນການທົດລອງວັກຊີນທີ່ໃຊ້ໃນການສັກເປັນເຂັມກະຕຸ້ນສໍາລັບຜູ້ທີ່ໄດ້ຮັບວັກຊີນຊະນິດອື່ນ ພົບວ່າມີປະສິດທິພາບສູງໃນການຕ້ານໂຄວິດ, ແຕ່ບໍ່ໄດ້ລະບຸຕົວເລກ ຫລື ຂໍ້ມູນລາຍລະອຽດການທົດລອງອື່ນໆ. ການອະນຸມັດນໍາໃຊ້ວັກຊີນ mRNA ສູດທໍາອິດຂອງຈີນມີຂຶ້ນຫລັງລັດຖະບານຫລຸດຜ່ອນມາດຕະການເຂັ້ມງວດໃນການປ້ອງກັນການລະບາດຂອງໂຄວິດຢ່າງກະທັນຫັນໃນທ້າຍປີຜ່ານມາ…