ສະຖາບັນວິໄຈຝຣັ່ງ CEA-Leti ປະສົບຜົນສໍາເລັດ ໃນການສ້າງເຊັນເຊີພາບແບບ Curve

ກ້ອງດິຈິຕອນທີ່ເຮົາໃຊ້ຢູ່ທຸກວັນນີ້ ມາພ້ອມກັບໂຕເຊັນເຊີພາບ (Image sensor) ທີ່ມີຜິວໜ້າແບບລຽບ ແລະ ໃນເວລານີ້ມີຫ້ອງວິໄຈຫຼາຍແຫ່ງທີ່ກໍາລັງພັດທະນາເຊັນເຊີຮັບພາບທີ່ມີຜິວໜ້າແບບໂຄ້ງ (Curve) ແລະ ຫລ້າສຸດ CEA-Leti ເຊິ່ງເປັນສະຖາບັນວິໄຈໃນປະເທດຝຣັ່ງ ໄດ້ປະສົບຜົນສໍາເລັດໃນການສ້າງໂຕຕົ້ນແບບຂອງເຊັນເຊີພາບ Full frame ແບບໂຄ້ງທີ່ມີຄວາມລະອຽດ 20 ລ້ານພິກເຊວ ແລະ ເຊັນເຊີພາບໂຕນີ້ຈະຖືກນໍາໄປໃຊ້ກັບກ້ອງໂທລະທັດສໍາລັບການສ່ອງເບິ່ງດວງດາວ.

ປຽບທຽບການຮັບແສງລະຫວ່າງເຊັນເຊີພາບຜິວລຽບ (ຊ້າຍ) ແລະ ເຊັນເຊີພາບແບບໂຄ້ງ (ຂວາ)
ເຊິ່ງຄຸນປະໂຫຍດຂອງເຊັນເຊີຮັບພາບແບບໂຄ້ງນັ້ນກໍກົງໄປກົງມາ ເນື່ອງຈາກແສງທີ່ເລນຂອງກ້ອງຮັບເຂົ້າມາ ຈະກະຈາຍອອກຊິ້ນເລນໄປຍັງເຊັນເຊີພາບລັດສະໝີໂຄ້ງ ເຊິ່ງການອອກແບບໃຫ້ຜິວໜ້າຂອງເຊັນເຊີ ມີຄວາມໂຄ້ງສອດຮັບກັບການກະຈາຍແສງຂອງຊິ້ນເລນພໍດີຄືກັບເຊັນເຊີຮັບແສງບໍລິເວນໃຈກາງເຊັນເຊີ ເຮັດໃຫ້ໄດ້ພາບທີ່ມີຄວາມຄົມຊັດ ແລະ ເກັບລາຍລະອຽດໄດ້ດີທົ່ວທັ້ງເຟຣມພາບ ແລະ ແຖມຍັງເຮັດໃຫ້ເລນມີນໍ້າໜັກທີ່ຫຼຸດລົງ ເພາະບໍ່ຕ້ອງແກ້ບັນຫາການສົ່ງຜ່ານແສງທີ່ເກີດຂຶ້ນກັບເຊັນເຊີພາບແບບຜິວໜ້າລຽບ ເຊິ່ງໃນເວລານີ້ທາງ Microsoft ແລະ Sony ຕ່າງກໍມຸ່ງໝັ່ນທີ່ຈະນໍາເຕັກໂນໂລຊີ ເຊັນເຊີພາບແບບ Curve ແລະ ແນ່ນອນວ່າເຕັກໂນໂລຊີເຊັນເຊີພາບແບບ Curve ກໍເປັນຈຸດສົນໃຈຂອງວົງການດາລາສາດດ້ວຍເຊັ່ນກັນ.
ໃນມຸມຂອງເຕັກໂນໂລຊີແລ້ວ ເຊັນເຊີພາບແບບ Curve ນັບເປັນຍຸກໃຫມ່ຂອງອຸປະກອນທາງດາລາສາດ ມັນເຮັດໃຫ້ໄດ້ພາບທີ່ມີລາຍລະອຽດດີຫລາຍທົ່ວທັງເຟຣມພາບ ແລະ ລະບົບກ້ອງ. ກ້ອງໂທລະທັດແບບໃຫມ່ທີ່ເຮັດວຽກດ້ວຍຄວາມໄວສູງ ບໍ່ອາດໃຊ້ເຊັນເຊີພາບແບບເກົ່າທີ່ມີຂໍ້ຈໍາກັດໄດ້ອີກຕໍ່ໄປ ແລະ ເຊັນເຊີພາບແບບ Curve ຍັງເຮັດໃຫ້ຫຼຸດຈໍານວນອົງປະກອບທີ່ຢູ່ໃນກ້ອງໂທລະທັດລົງໄດ້ ແລະ ເຮັດໃຫ້ກ້ອງມີຄວາມສັບຊ້ອນໜ້ອຍລົງ.
ແນວໃດກໍດີ ການຜະລິດກ້ອງໂທລະທັດແບບໃຫມ່ ທີ່ໃຊ້ເຊັນເຊີພາບແບບ Curve ສໍາລັບສໍາຫລວດອະວະກາດນັ້ນ ຖືວ່າເປັນຕະຫຼາດທີ່ສະເພາະທາງສຸດໆ ມັນຈະດີກວ່ານີ້ ຖ້າເຊັນເຊີພາບແບບ Curve ນີ້ ຈະຖືກນໍາມາໃຊ້ໃນກ້ອງ DSLR ແລະ ກ້ອງມິລເລີເລສທີ່ຢູ່ໃນມືຂອງພວກເຮົາ ກໍຕ້ອງຖ້າເບິ່ງກັນໄປເລື້ອຍໆ.

