ລາວ-ສະວິດ ຈະເພີ່ມທະວີການຮ່ວມມືທາງດ້ານການຄ້າ-ການລົງທຶນໃນຂະແໜງການທີ່ສອງຝ່າຍມີທ່າແຮງໃຫ້ຫລາຍຂຶ້ນ

ໃນລະຫວ່າງວັນທີ 24-28 ກຸມພາ 2024, ທ່ານສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ສະມາພັນທະລັດສະວິດ, ຕາມການເຊື້ອເຊີນຂອງ ທ່ານ ອິກນາຊີໂອກາດຊີດສ໌, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສະວິດ ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ການຮ່ວມມືທີ່ດີທີ່ມີມາແຕ່ດົນນານລະຫວ່າງ ສປປ ລາວ ແລະ ສະມາພັນທະລັດສະວິດ.
ໃນການພົບປະ, ສອງຝ່າຍໄດ້ຍົກສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ລາວ ແລະ ສະວິດ ຕະຫຼອດໄລຍະ 60 ກວ່າປີຜ່ານມາທັງໃນຂອບສອງຝ່າຍແລະຫຼາຍຝ່າຍ. ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ, ລາວ ແລະ ສະວິດໄດ້ພົວພັນຮ່ວມມືທີ່ດີນຳກັນ ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ສະແດງອອກຄືສອງຝ່າຍໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງຂອງທັງສອງປະເທດ ແລະ ສະວິດກໍ່ສືບຕໍ່ໃຫ້ການສະໜັບສະໜູນການພັດທະນາຢູ່ ລາວ ຢ່າງຕໍ່ເນື່ອງບໍ່ວ່າທາງດ້ານເຕັກນິກກໍຄືທາງດ້ານແຫຼ່ງທຶນໃນຫຼາຍຂະແໜງການເປັນຕົ້ນ: ການສຶກສາ (ອາຊີວະສຶກສາ), ກະສິກຳ ແລະ ປ່າໄມ້, ການປົກຄອງ, ພະລັງງານແລະບໍ່ແຮ່, ສາທາລະນະສຸກ, ສິ່ງແວດລ້ອມແລະອື່ນໆ. ເພື່ອເປັນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນວ່າຈະໄດ້ເພີ່ມທະວີຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນໃຫ້ຫຼາຍຂຶ້ນໂດຍສະເພາະໃນຂະແໜງການທີ່ສອງຝ່າຍມີທ່າແຮງ.
ທ່ານ ສະເຫຼີມໄຊ ກົມມະສິດ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ສະວິດ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ເຊື້ອເຊີນທ່ານ ອິກນາຊີໂອກາດຊີດສ໌ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສະມາພັນທະລັດສະວິດໄປຢ້ຽມຢາມ ສປປ ລາວ, ໂດຍສະເພາະໄປຢ້ຽມຢາມບັນດາແຂວງທີ່ ສະວິດໄດ້ຊ່ວຍເຫຼືອຕື່ມອີກໃນເວລາທີ່ສະດວກ

