ບັງກະລາເທດໂຈະໂກຕ້າຕໍາແໜ່ງວຽກ ຫລັງນັກສຶກສາລວມຕົວປະທ້ວງ

ບັງກະລາເທດໂຈະໂກຕ້າຕໍາແໜ່ງວຽກ ຫລັງນັກສຶກສາລວມຕົວປະທ້ວງ

     ສານດີກາບັງກະລາເທດ ມີຄໍາສັ່ງໂຈະໂກຕ້າຕໍາແໜ່ງວຽກລັດຊົ່ວຄາວ ຫລັງນັກສຶກສາຫລາຍພັນຄົນປະທ້ວງທົ່ວປະເທດ ເພື່ອຕໍ່ຕ້ານສິ່ງທີ່ພວກເຂົາເອີ້ນວ່າ: “ລະບົບການເລືອກປະຕິບັດ”.      ວັນທີ 11 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ລະບົບໂກຕ້າຢູ່ບັງກະລາເທດສະຫງວນຕໍາແໜ່ງລັດທີ່ມີລາຍໄດ້ດີຈໍານວນຫລາຍແສນຕໍາແໜ່ງໄວ້ໃຫ້ຄົນສະເພາະກຸ່ມ, ແຕ່ມັນເປັນສາເຫດເຮັດໃຫ້ກຸ່ມນັກສຶກສາອອກມາປະທ້ວງ ໃນຕົ້ນເດືອນກໍລະກົດຜ່ານມາ ລວມທັງການຊຸມນຸມຂວາງທາງຫລວງ ແລະ ທາງລົດໄຟຫລາຍເສັ້ນໃນປະເທດ.      “ພວກເຮົາຈະບໍ່ກັບໄປເຂົ້າຫ້ອງຮຽນ ຈົນກວ່າລັດຖະບານຈະຕອບສະໜອງຕໍ່ຄວາມຕ້ອງການຂອງພວກເຮົາ”…

ອາເມລິກາ ຮ້ອນເຖິງຂັ້ນໃຊ້ແດດອົບເຄັກທາງຫລັງລົດໄດ້

ອາເມລິກາ ຮ້ອນເຖິງຂັ້ນໃຊ້ແດດອົບເຄັກທາງຫລັງລົດໄດ້

      ລະຫວ່າງທີ່ອາເມລິກາກໍາລັງຜະເຊີນສະພາບອາກາດທີ່ຮ້ອນອົບເອົ້າໃນຫລາຍພື້ນທີ່ ກໍມີເຈົ້າໜ້າທີ່ປ່າໄມ້ທ່ານໜຶ່ງ ທົດລອງອົບເຂົ້າໜົມດ້ວຍແສງແດດໄດ້ສໍາເລັດ ພຽງແຕ່ວາງເຂົ້າໜົມໃສ່ໜ້າລົດເທົ່ານັ້ນ.       ວັນທີ 28 ມິຖຸນາ 2024 ເຟສບຸກເພຈຂອງອຸທະຍານແຫ່ງຊາດຊາກົວໂຣຢູ່ເມືອງທູຊອນ ລັດແອຣິໂຊນາ ໄດ້ໂພສພາບພ້ອມຂໍ້ຄວາມບັນຍາຍການທົດລອງເຮັດອາຫານດ້ວຍແສງແດດລ້ວນໆ ທ່າມກາງອາກາດຮ້ອນອົບເອົ້າ.       ການເຮັດອາຫານໃນຄັ້ງນີ້ເປັນການອົບເຂົ້າໜົມເຄັກກ້ວຍຫອມ. ເຈົ້າໜ້າທີ່ປ່າໄມ້ຜູ້ທໍາການທົດລອງນໍາເອົາແປ້ງເຂົ້າໜົມທີ່ປະສົມຮຽບຮ້ອຍແລ້ວໃສ່ລົງໃນພິມເຂົ້າໜົມ 2 ອັນ ຈາກນັ້ນໄດ້ເອົາໄປວາງໄວ້ທາງໜ້າລົດໃນຫ້ອງໂດຍສານ…

ຍີ່ປຸ່ນຜະເຊີນອາກາດຮ້ອນອົບເອົ້າ ລົມແດດຂ້າຊີວິດປະຊາຊົນແລ້ວ 6 ຄົນຢູ່ໂຕກຽວ

ຍີ່ປຸ່ນຜະເຊີນອາກາດຮ້ອນອົບເອົ້າ ລົມແດດຂ້າຊີວິດປະຊາຊົນແລ້ວ 6 ຄົນຢູ່ໂຕກຽວ

     ພື້ນທີ່ສ່ວນຫລາຍຢູ່ຍີ່ປຸ່ນຍັງຢູ່ພາຍໃຕ້ອິດທິພົນຂອງຄື້ນຄວາມຮ້ອນ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 6 ຄົນ ສະເພາະຢູ່ນະຄອນຫລວງໂຕກຽວ.      ວັນທີ 9 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານສາທາລະນະສຸກນະຄອນຫລວງໂຕກຽວລາຍງານ ການພົບຜູ້ເສຍຊີວິດຈາກສະພາບລົມແດດ ຫລື ຮີດສະໂຕກ ເຊິ່ງເປັນອິດທິພົນຂອງຄື້ນຄວາມຮ້ອນໃນພື້ນທີ່ ຢ່າງໜ້ອຍ 3 ຄົນ ໃນທ້າຍອາທິດຜ່ານມາ…

ຣັດເຊຍໂຈມຕີທາງອາກາດ ຖະຫລົ່ມໂຮງໝໍເດັກໃຫຍ່ສຸດຢູ່ອູແກຣນ

ຣັດເຊຍໂຈມຕີທາງອາກາດ ຖະຫລົ່ມໂຮງໝໍເດັກໃຫຍ່ສຸດຢູ່ອູແກຣນ

      ໂຮງໝໍເດັກ Ohmatdyt ຢູ່ນະຄອນຫລວງກຽບ ເຊິ່ງຖືເປັນສະຖານທີ່ພະຍາບານສໍາລັບເດັກໃຫຍ່ທີ່ສຸດຂອງອູແກຣນ ຖືກລູກສອນໄຟຂອງຣັດເຊຍໂຈມຕີໃນວັນທີ 8 ກໍລະກົດ ສົ່ງຜົນເຮັດໃຫ້ອາຄານບາງສ່ວນພັງຖະຫລົ່ມ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ໂດຍເປັນສ່ວນໜຶ່ງຂອງການລະດົມຍິງລູກສອນໄຟໂຈມຕີຫລາຍເມືອງທົ່ວອູແກຣນ ເຊິ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 41 ຄົນ, ບາດເຈັບ 166 ຄົນ…

ກໍາປູເຈຍຢືນຢັນຜູ້ຕິດເຊື້ອໄຂ້ຫວັດສັດປີກຄົນທີ 7 ຂອງປີນີ້ ເປັນເດັກນ້ອຍເພດຍິງອາຍຸ 5 ປີ

ກໍາປູເຈຍຢືນຢັນຜູ້ຕິດເຊື້ອໄຂ້ຫວັດສັດປີກຄົນທີ 7 ຂອງປີນີ້ ເປັນເດັກນ້ອຍເພດຍິງອາຍຸ 5 ປີ

     ໜ່ວຍງານສາທາລະນະສຸກຂອງກໍາປູເຈຍ ພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກສະສົມຢ່າງໜ້ອຍ 7 ຄົນແລ້ວໃນປີນີ້ ໂດຍຜູ້ຕິດເຊື້ອຄົນຫລ້າສຸດເປັນເດັກນ້ອຍເພດຍິງອາຍຸພຽງ 5 ປີ.      ວັນທີ 10 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກກໍາປູເຈຍອອກຖະແຫລງການວ່າ: ເດັກຍິງອາຍຸ 5 ປີ ອາໄສຢູ່ແຂວງຕາແກ້ວ ທາງຕາເວັນອອກສຽງໃຕ້ຂອງປະເທດ ມີຜົນກວດເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ…

ອຸນຫະພູມໂລກປີນີ້ອາດສູງເປັນປະຫວັດສາດອີກ ຫລັງເດືອນມິຖຸນາ ຮ້ອບທຸບສະຖິຕິ

ອຸນຫະພູມໂລກປີນີ້ອາດສູງເປັນປະຫວັດສາດອີກ ຫລັງເດືອນມິຖຸນາ ຮ້ອບທຸບສະຖິຕິ

     ໜ່ວຍງານການປ່ຽນແປງສະພາບອາກາດໂຄເປີນິຄັລ (C3S) ລາຍງານວ່າ: ເດືອນມິຖຸນາຜ່ານມາ ຖືເປັນເດືອນຮ້ອນທີ່ສຸດເປັນປະຫວັດສາດ ແລະ ເກີດສະພາບອາກາດຮຸນແຮງຂຶ້ນທົ່ວໂລກ.      ວັນທີ 8 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເດືອນມິຖຸນາຜ່ານມາ ຖືເປັນເດືອນຮ້ອນທີ່ສຸດເປັນປະຫວັດສາດທົ່ວໂລກ ລວມທັງສະພາບອາກາດທີ່ຮຸນແຮງ ແລະ ທໍາລາຍລ້າງ ນັບແຕ່ນໍ້າຖ້ວມໄປຈົນຮອດຄື້ນຄວາມຮ້ອນ.      …

ເງິນເຟີ້ຟີລິບປິນຫລຸດລົງເຖິງລະດັບ 3.7% ໃນເດືອນມິຖຸນາ ຫລັງລາຄາພະລັງງານຫລຸດລົງ

ເງິນເຟີ້ຟີລິບປິນຫລຸດລົງເຖິງລະດັບ 3.7% ໃນເດືອນມິຖຸນາ ຫລັງລາຄາພະລັງງານຫລຸດລົງ

      ໜ່ວຍງານສະຖິຕິຟີລິບປິນ (PSA) ລາຍງານວ່າ: ອັດຕາເງິນເຟີ້ປະຈໍາປີໃນເດືອນມິຖຸນາຫລຸດລົງເຫລືອ 3.7% ເນື່ອງຈາກລາຄາຕົ້ນທຶນພະລັງງານ ແລະ ຂົນສົ່ງທີ່ຫລຸດລົງ. ຂະນະທີ່ອັດຕາເງິນເຟີ້ດ້ານອາຫານເພີ່ມຂຶ້ນເປັນ 6.5% ເນື່ອງຈາກຜັກ ແລະ ຊີ້ນສັດມີລາຄາສູງຂຶ້ນ.       ວັນທີ 8 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອັດຕາເງິນເຟີ້ປະຈໍາປີຂອງຟີລິບປິນຫລຸດລົງເຫລືອ…

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳ ມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຢ້ຽມຢາມເຮັດວຽກ ຢູ່ ສສ. ຫວຽດນາມ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳ ມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຢ້ຽມຢາມເຮັດວຽກ ຢູ່ ສສ. ຫວຽດນາມ

ໃນລະຫວ່າງວັນທີ 4 – 5 ກໍລະກົດ 2024 ທີ່ຜ່ານມາ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ…

ຫວຽດນາມກຽມປິດເຄືອຂ່າຍ 2G ກະຕຸ້ນປະຊາຊົນຫັນມາໃຊ້ສະມາດໂຟນ

ຫວຽດນາມກຽມປິດເຄືອຂ່າຍ 2G ກະຕຸ້ນປະຊາຊົນຫັນມາໃຊ້ສະມາດໂຟນ

     ໜ່ວຍງານໂທລະຄົມມະນາຄົມຫວຽດນາມ (VNTA) ພາຍໃຕ້ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ (MIC) ກຽມປິດຄື້ນຄວາມຖີ່ 2G ນັບແຕ່ວັນທີ 16 ກັນຍາເປັນຕົ້ນໄປ. ຂະນະທີ່ຜູ້ໃຫ້ບໍລິການເຄືອຂ່າຍມີຄວາມພະຍາຍາມກະຕຸ້ນໃຫ້ຜູ້ນຳໃຊ້ຫັນມາໃຊ້ສະມາດໂຟນ ແລະ ແພັກແກັດເຄືອຂ່າຍ 4G ແລະ 5G ເຊິ່ງມີເຕັກໂນໂລຊີທີ່ສູງກວ່າ.      …

ບັງກະລາເທດປະທ້ວງ ຮຽກຮ້ອງໃຫ້ຢຸດການໃຊ້ເສັ້ນສາຍໃນລະບົບລັດ

ບັງກະລາເທດປະທ້ວງ ຮຽກຮ້ອງໃຫ້ຢຸດການໃຊ້ເສັ້ນສາຍໃນລະບົບລັດ

      ນັກສຶກສາຈາກມະຫາວິທະຍາໄລຕ່າງໆຢູ່ບັງກະລາເທດ ລວມກັນປະທ້ວງຕໍ່ຕ້ານລະບົບໂກຕ້າຮັບລັດຖະກອນຂອງລັດ ເຊິ່ງສໍາຮອງຕໍາແໜ່ງໄວ້ໃຫ້ລູກຫລານຂອງຜູ້ສະໜັບສະໜູນທ່ານ ຊິກ ມູຈິບູ ເຣາະມານ ຜູ້ສ້າງຕັ້ງປະເທດ ແລະ ຜູ້ນໍາຄົນທໍາອິດຂອງບັງກະລາເທດ, ແຕ່ນັກສຶກສາທົ່ວໄປພັດຕ້ອງຜະເຊີນວິກິດການຈ້າງວຽກ.       ວັນທີ 8 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນັກສຶກສາມະຫາວິທະຍາໄລຫລາຍພັນຄົນດຶກສິ່ງຂອງ ແລະ ຕັ້ງແນວຮົ້ວກີດຂວາງຖະໜົນເສັ້ນສໍາຄັນໃນນະຄອນຫລວງທາກາ ຮຽກຮ້ອງໃຫ້ຢຸດໂກຕ້າ…