ບັງກະລາເທດໂຈະໂກຕ້າຕໍາແໜ່ງວຽກ ຫລັງນັກສຶກສາລວມຕົວປະທ້ວງ

     ສານດີກາບັງກະລາເທດ ມີຄໍາສັ່ງໂຈະໂກຕ້າຕໍາແໜ່ງວຽກລັດຊົ່ວຄາວ ຫລັງນັກສຶກສາຫລາຍພັນຄົນປະທ້ວງທົ່ວປະເທດ ເພື່ອຕໍ່ຕ້ານສິ່ງທີ່ພວກເຂົາເອີ້ນວ່າ: “ລະບົບການເລືອກປະຕິບັດ”.

     ວັນທີ 11 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ລະບົບໂກຕ້າຢູ່ບັງກະລາເທດສະຫງວນຕໍາແໜ່ງລັດທີ່ມີລາຍໄດ້ດີຈໍານວນຫລາຍແສນຕໍາແໜ່ງໄວ້ໃຫ້ຄົນສະເພາະກຸ່ມ, ແຕ່ມັນເປັນສາເຫດເຮັດໃຫ້ກຸ່ມນັກສຶກສາອອກມາປະທ້ວງ ໃນຕົ້ນເດືອນກໍລະກົດຜ່ານມາ ລວມທັງການຊຸມນຸມຂວາງທາງຫລວງ ແລະ ທາງລົດໄຟຫລາຍເສັ້ນໃນປະເທດ.

     “ພວກເຮົາຈະບໍ່ກັບໄປເຂົ້າຫ້ອງຮຽນ ຈົນກວ່າລັດຖະບານຈະຕອບສະໜອງຕໍ່ຄວາມຕ້ອງການຂອງພວກເຮົາ” ທ້າວ ຣາເຊລ ອາເໝັດ ຜູ້ນໍາການປະທ້ວງ ຈາກມະຫາວິທະຍາໄລຈິດຕະກອງ ກ່າວ.

     ລະບົບໂກຕ້າທີ່ຖືກຍົກເລີກໃນປີ 2018 ຫລັງເກີດການປະທ້ວງຫລາຍອາທິດ ພຽງສານສູງຢູ່ນະຄອນຫລວງທາກາ ນໍາເອົາລະບົບດັ່ງກ່າວກັບມາໃຊ້ໃໝ່ ໃນເດືອນມິຖຸນາຜ່ານມາ ສົ່ງຜົນເຮັດໃຫ້ສຶກສາຈໍານວນຫລາຍຮູ້ສຶກໂກດແຄ້ນ.

     ທ່ານ ຊາ ມອນຈູຣຸລ ໂຮກ ທະນາຍຄວາມ ແລະ ຕົວແທນຂອງນັກສຶກສາ 2 ຄົນ ທີ່ຕ້ອງການຢຸດລະບົບໂກຕ້າ ກ່າວວ່າ: ສານດີກາບັງກະລາເທດ ມີຄໍາຕັດສິນໃຫ້ໂຈະໂກຕ້າຕໍາແໜ່ງງານລັດເປັນເວລາ 1 ເດືອນ. ຂະນະທີ່ທ່ານ ໂອບາອິດຸລ ຮໍາຊັນ ປະທານສານດີກາ ຮ້ອງຂໍໃຫ້ນັກສຶກສາທີ່ລວມກັນປະທ້ວງ ແຍກຍ້າຍກັບເຂົ້າຫ້ອງຮຽນ.

     ເຖິງຢ່າງໃດກໍຕາມ, ກຸ່ມນັກສຶກສາຍັງປັກຫລັກປິດກັ້ນທາງຫລວງ ແລະ ທາງລົດໄຟເສັ້ນສໍາຄັນ ເຮັດໃຫ້ການຈະລາຈອນໃນພື້ນທີ່ສ່ວນຫລາຍຂອງນະຄອນຫລວງທາກາ ແລະ ເມືອງໃຫຍ່ຫລາຍແຫ່ງເກີດການຢຸດສະງັກ.

     “ຄໍາສ່ັງຂອງສານມີຜົນພຽງຊົ່ວຄາວ, ແຕ່ພວກເຮົາຕ້ອງການຄໍາສັ່ງຂອງຝ່າຍບໍລິຫານແບບຖາວອນ ຈາກລັດຖະບານບັງກະລາເທດ ເຊິ່ງລະບຸວ່າ: ໂກຕ້າຕໍາແໜ່ງວຽກລັດຈະຖືກຍົກເລີກ ຍົກເວັ້ນໂກຕ້າບາງສ່ວນສໍາລັບຄົນພິການ ແລະ ຊົນກຸ່ມນ້ອຍ” ນັກສຶກສາຄົນໜຶ່ງຈາກມະຫາວິທະຍາໄລທາກາ ກ່າວ.