ສ.ເກົາຫລີ ກຽມຮື້ຮົ້ວຄອນກີດ ທີ່ອາດເປັນສາເຫດ ເຫດສະຫລົດຕໍ່ເຮືອບິນເຈຈູ ແອ

ກະຊວງຄົມມະນາຄົມຂອງ ສ.ເກົາຫລີ ເປີດເຜີຍວ່າ: ຈະຮື້ຖອນກໍາແພງຄອນກີດຢູ່ປາຍລັນເວຂອງສະໜາມບິນນາໆຊາດມູອັນ ເຊິ່ງຄາດວ່າເປັນສາເຫດທີ່ເຮັດໃຫ້ເກີດອຸປະຕິເຫດຂອງເຮືອບິນເຈຈູ ແອ ໃນວັນທີ 29 ທັນວາ 2024.
ເຖິງວ່າເຈົ້າໜ້າທີ່ຈະຍັງດໍາເນີນການສອບສວນສາເຫດຂອງອຸປະຕິເຫດຖ້ຽວບິນ 7ຊີ2216 ຂອງເຈຈູ ແອ ເຊິ່ງມີຜູ້ເສຍຊີວິດ 179 ຄົນ, ແຕ່ຜູ້ຊ່ຽວຊານຍັງຕັ້ງຂໍ້ສັງເກດເຖິງຮົ້ວດິນຂະໜາດໃຫຍ່ທີ່ຮອງຮັບເສົາອາກາດນໍາທາງຢູ່ປາຍລັນເວ ທີ່ອາດມີສ່ວນເຮັດໃຫ້ເຫດເສົ້າຄັ້ງນີ້ຮ້າຍແຮງກວ່າຄວນຈະເປັນ.
ການປະຕິຮູບຄັ້ງໃຫຍ່ໃນຄັ້ງທໍາອິດທີ່ຖືກປະກາດຫລັງເກີດເຫດສະຫລົດ ຄືຈະເຮັດໂຄງສ້າງໃໝ່ ຫລື ປ່ຽນເສົາອາກາດເຫລົ່ານີ້ທີ່ຢູ່ຕໍ່າກວ່າລະດັບພື້ນດິນ ຫລື ພັງໄດ້ງ່າຍ ພາຍໃນສະໜາມບິນທັງ 7 ແຫ່ງ ລວມທັງສະໜາມບິນນາໆຊາດມູອັນ ແລະ ສະໜາມບິນນາໆຊາດເຈຈູ ເຊິ່ງເປັນໜຶ່ງໃນສະໜາມບິນທີ່ໜາແໜ້ນທີ່ສຸດຂອງ ສ.ເກົາຫລີ.
ການຕັດສິນໃຈດັ່ງກ່າວເກີດຂຶ້ນ ພາຍຫລັງເຈົ້າໜ້າທີ່ໄດ້ກວດສອບເຄື່ອງຊ່ວຍການເດີນອາກາດ ຫລື Instrument Landing Systems (ILS) ໃນສະໜາມບິນຕ່າງໆທົ່ວປະເທດ.
ຖະແຫລງການໂດຍກະຊວງຄົມມະນາຄົມຂອງ ສ.ເກົາຫລີ ລະບຸວ່າ: ສະໜາມບິນນາໆຊາດມູອັນມີແຜນຈະຮື້ຖອນຄອນກີດເກົ່າທັງໝົດ ແລະ ຕິດຕັ້ງເຄື່ອງຕິດຕາມຕໍາແໜ່ງໃໝ່ ໃນໂຄງສ້າງທີ່ຢືດຢຸ່ນ ແລະ ເບາະບາງກວ່າກໍາແພງຄອນກີດ.
ນອກຈາກນັ້ນ, ຈະມີການຈັດພື້ນທີ່ປອດໄພປາຍລັນເວ ຄວາມຍາວ 240 ແມັດ ໃນສະໜາມບິນທຸກແຫ່ງ ເພື່ອໃຫ້ເປັນໄປຕາມກົດລະບຽບທີ່ກ່ຽວຂ້ອງ. ອີກຢ່າງໜຶ່ງ ລັນເວຂອງສະໜາມບິນມູອັນມີເນື້ອທີ່ປອດໄພຍາວປະມານ 200 ແມັດ.
ທັງນີ້, ລັດຖະບານ ສ.ເກົາຫລີ ຂະຫຍາຍໄລຍະເວລາປິດສະໜາມບິນນາໆຊາດມູອັນອອກໄປອີກຈົນຮອດວັນທີ 18 ເມສານີ້.

