ອິນຟານຕິໂນ ເລັງເຈໍລະຈາກັບ ສະຫະພັນບານເຕະອິຕາລີ ແລະ ມຸນຕາຣີ ເພື່ອແກ້ໄຂບັນຫາສຽດສີຜິວ

ຈານນີ ອິນຟານຕິໂນ ປະ ທານສະຫະພັນບານເຕະນາໆ ຊາດ ຫຼື ຟີຟາ ຍີນດີເຈລະຈາກັບຜູ້ ບໍລິຫານຂອງ ສະຫະພັນບານ ເຕະອິຕາລີ ແລະ ຊັລລີ ມຸນຕາຣີ ເພື່ອຮ່ວມກັນແກ້ໄຂປັນຫາ ສຽດສີຜິວລະຫວ່າງນັກເຕະ ແລະ ກອງເຊຍ.
ໃນອາທິດຜ່່ານມາ ມຸນຕາຣີ ກອງກາງຄົນ ການາ ອາຍຸ 32 ປີ ຖືກກອງເຊຍຂອງທີມ ກາຍາຣີ ສຽດສີຜິວໃນເກມ ກັລໂຊເຊ ຣຍອາ ອິຕາລີ ຈົນເຮັດໃຫ້ລາວ ອົດທົນບໍ່ໄດ້ ຕ້ອງປະທ້ວງກຳມະ ການຕັດສິນ ດ້ວຍການເດີນອອກ ຈາກສະໜາມ ພ້ອມທັງຮຽກ ຮ້ອງໃຫ້ອົງການບານເຕະອອກ ມາແກ້ໄຂປັນຫາດັ່ງກ່າວຢ່າງຈິງຈັງ.
ຫຼ້າສຸດ ອິນຟານຕິໂນ ເຜີຍ ວ່າພ້ອມຈະເຈລະຈາກັບ ຄາໂລ ທາເວກຄິໂອ ປະທານສະຫະ ພັນບານເຕະອິຕາລີ ແລະ ດາວ ເຕະຄົນ ການາ ເພື່ອຮ່ວກັນຕໍ່ສູ່ກັບ ບັນດາກອງເຊຍທີ່ມັກສຽດສີ ຜິວ
“ແນ່ນອນຂ້ອຍຈະເຈລະ ຈາກັບ ທາເອກຄິໂອ ແລະ ຈະເຈ ລະຈາກັບ ມຸນຕາຣີ ນຳອີກ ເຮົາ ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ໜ້າເສຍດາຍທີ່ມີກອງເຊຍຫຍຽດສີຜີວຢູ່ໃນທຸກໆບ່ອນ ແຕ່ເຮົາ ຈະສູ້ກັບພວກມັນໃຫ້ໄດ້” ອິນ ຟານຕິໂນ ກ່າວ.

