ຕອບແທນຜົນງານ! ນິວຄາສເຊິນ ຕໍ່ສັນຍາ ຄີແລນ ທິບເປຍ ເຖິງປີ 2025
ນິວຄາສເຊິນ ທີມດັງແຫ່ງພຣີເມຍລີກ ປະກາດຕໍ່ສັນຍາກັບ ຄີແລນ ທິບເປຍ ຈົນໄປຮອດປີ 2025 ຮຽບຮ້ອຍແລ້ວ. ກອງຫລັງທີມຊາດອັງກິດ ສະແເດງຜົນງານທີ່ໂດດເດັ່ນໃນລະດູການນີ້ ໂດຍເຮັດໄດ້ເຖິງ 6 ແອສຊິສ ແລະ ຊ່ວຍໃຫ້ທີມຈັດຢູ່ໃນອັນດັບ 3 ຂອງຕາຕະລາງຄະແນນທີ່ມີໂອກາລຸ້ນໄປຫລິ້ນໃນ ຢູຟາ ແຊ້ມປ້ຽນລີກ ໃນລະດູການໜ້າ.










