ຮາຄິມ ຊິເຢກ ອົດຍ້າຍທີມ ໄປ ເປແອສເຊ ແບບຢືມໂຕ ເນື່ອງຈາກ ເຊວຊີ ສົ່ງເອກະສານລ່າຊ້າ
ໃນຂະນະທີ່ນັກເຕະຫລາຍຄົນໄດ້ສໍາເລັດຂໍ້ຕົກລົງການຍ້າຍທີມໃນມື້ສຸດທ້າຍຂອງຕະຫລາດຊື້ຂາຍປີໃຫມ່, ແຕ່ເບິ່ງຄືວ່າ ຮາຄິມ ຊິເຢກ ກອງກາງຂອງຊາວ ໂມຣັອກໂກ ອາດຈະປະເຊີນກັບຄວາມຜິດຫວັງທີ່ບໍ່ສາມາດອອກຈາກ ເຊວຊີ ໄດ້ເນື່ອງຈາກບັນຫາເອກະສານລ່າຊ້າ. ໃນມື້ສຸດທ້າຍຂອງຕະຫລາດຊື້ຂາຍເດືອນມັງກອນ, ທີມງານຂອງ ເຊວຊີ ໄດ້ປິດຂໍ້ຕົກລົງກັບຕາງຫນ້າຂອງ ປາຣີ ແຊງ-ແຊກແມັງ ເພື່ອປ່ອຍໂຕ ຊິເຢກ ໄປຫລິ້ນກັບທີມຊັ້ນນໍາໃນລີກເອີງ ດ້ວຍສັນຍາຢືມຕົວໄປຈົນຮອດທ້າຍລະດູການ. ໃນຂະນະທີ່ນັກເຕະໄດ້ບິນໄປເຖິງປາຣີ,…










