ຕ້ອງມີດີ! ອິນເຕີ ຫວັງຄວ້າ ແມັກໄກວ ຮ່ວມທີມ ຫລັງພາດໄດ້ ລິນເດລອຟ

ອິນເຕີ ມິລານ ສະໂມສອນຍັກໃຫຍ່ຂອງ ກັລໂຊ ເຊເຣຍ ອາ ອີຕາລີ ເລັງເຂັ້ມການເຊັນສັນຍາກັບ ແຮຣີ ແມັກໄກວ ກອງຫລັງຂອງຄ່າໂຕແພງຈາກ ແມນເຊັສເຕີ ຢູໄນເຕັດ ຫລັງຈາກທີ່ຜິດຫວັງໄດ້ໂຕ ວິກເຕີ ລິນເດລອຟ ກອງຫລັງຊາວສະວີເດນ.

ກອງຫລັງທີມຊາດອັງກິດ ກາຍເປັນທາງເລືອກສໍາຮອງສໍາລັບຜູ້ຈັດການທີມ ເອຣິກ ເທນຮາກ ໃນລະດູການນີ້, ເຖິງແມ່ນວ່າຈະສະແດງຜົນງານທີ່ໂດດເດັ່ນສໍາລັບທີມຊາດອັງກິດ ໃນການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ.

ດ້ວຍ​ເຫດ​ນີ້ເຮັດໃຫ້ ອິນ​ເຕີ​ ຕັ້ງ​ໃຈຍື່ນ​ຂໍ້ສະເໜີຕົວ​ດຶງ ແມັກໄກວ ​ໄປ​ຮ່ວມທີມ ພາຍຫລັງ “ຜີ​ສາດ​ແດງ” ປະຕິ​ເສດທີ່ຈະ​ປ່ອຍ ລິນເດລອຟ ​ໂດຍ​ເຊື່ອ​ວ່າ ອິນເຕີ ຈະ​ຍື່ນ​​ຂໍ້ສະເໜີ​ຢືມ​ຕົວ​ໄປ​ຈົນ​ຈົບ​ລະດູການ​ນີ້.