ສຸດຍອດຫລາຍ

ທີມ W.I.G NAGA U-13 ເຍົາວະຊົນລາວ ຄວ້າແຊ້ມ IBER CUP 2025 ທີ່ປະເທດໂປຣຕຸເກດ ໄດ້ສຳເລັດ
U-13 ທີມ W.I.G NAGA ທີມເຍົາວະຊົນຈາກ ສປປ ລາວ ເອົາຊະນະ CF “os Belenenses” B ທີມຈາກເຈົ້າພາບ ໂປຣຕຸເກດ 2-0 ໃນຮອບຊີງຊະນະເລີດ ສ້າງປະຫວັດປະຫວັດສາດ ສາມາດຄວ້າແຊັມ ການແຂ່ງຂັນບານເຕະເຍົາວະຊົນ ລາຍການໃຫຍ່ລະດັບໂລກລາຍການ IBER Cup 2025 ທີ່ໂປຣຕຸເກດ ໃນວັນທີ 6 ກໍລະກົດ 2025 ໄດ້ສຳເລັດ.

ເຊິ່ງລາຍການນີ້ເປັນລາຍການໃຫຍ່ ມີສະໂມສອນຊັ້ນນໍາຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະສະໂມສອນຈາກເອີຣົບ ແລະ ອາເມຣິກາ ໂດຍມີເຖິງ 48 ທີມເຂົ້າຮ່ວມ
# ຜົນງານການແຂ່ງຂັນຂອງ W.I.G NAGA ແມ່ນຊະນະລວດ ມາແຕ່ຮອບແບ່ງກຸ່ມ ລວມຊະນະ 7 ນັດຕິດຕໍ່ກັນ
WIG NAGA ຮອບແບ່ງກຸ່ມ ຊະນະ GD Estoril Praia ຈາກເຈົ້າພາບ 3-1, ຖະຫລົ່ມ FC Nana Juniors ຈາກໂຣມາເນຍ (ຣູມານີ) 12-0, ຖະຫລົ່ມ Indy Eleven ຈາກສະຫະລັດ ອາເມຣິກາ 14-0.
ຮອບ 16 ທີມສຸດທ້າຍ ຊະນະ União Nogueirense FC B ຈາກເຈົ້າພາບ 2-0.
ຮອບ 8 ທີມສຸດທ້າຍ ຊະນະ GD Estoril Praia ຈາກເຈົ້າພາບ 4-0.
ຮອບ 4 ທີມສຸດທ້າຍ ຊະນະ VGA ST Maur ຈາກຝຣັ່ງ 4-0.
ຮອບ ຊີງຊະນະເລີດ ເອົາຊະນະ CF “os Belenenses” 2-0
ລວມແລ້ວ ຍິງໄດ້ 41 ປະຕູ ເສຍພຽງ 1 ປະຕູ
ພາບຈາກ: WIG NAGA

