ທີມຊາດລາວຊຸດໃຫຍ່ ເລີ່ມຝຶກຊ້ອມກຽມ ຄວາມພ້ອມພົບກໍາປູເຈຍອາທິດນີ້

ນັກກິລາທີມຊາດລາວລົງສະໜາມຝຶກຊ້ອມ ເພື່ອກຽມຄວາມພ້ອມພົບທີມຊາດກໍາປູເຈຍ ໃນວັນທີ 21 ມີນາ 2018 ເວລາ 18:00 ໂມງ ທີ່ສະໜາມກິລາແຫ່ງຊາດລາວ ຫລັກ 16 ໃນລາຍການແຂ່ງຂັນເຕະບານນັດມິດຕະພາບ ຟີຟາເດ.
ທ່ານ ສົມສັກ ແກ້ວດາລາ ຜູ້ຊ່ວຍຄູຝຶກນັກກິລາທີມຊາດລາວ ໃຫ້ສໍາພາດວ່າ: ພາຍຫລັງທີ່ເລີ່ມການແຂ່ງຂັນບານເຕະ ເປບຊີ ລາວພຣີເມຍລີກ 2018 ໄດ້ດໍາເນີນມາເປັນເວລາ 3 ອາທິດ ພວກເຮົາຈຶ່ງຢຸດການແຂ່ງຂັນເພື່ອດຶງນັກກິລາທີ່ຕິດທີມຊາດຂອງແຕ່ລະສະໂມສອນມາຝຶກຊ້ອມເປັນທີມອີກຄັ້ງ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະນັດພິເສດ ທີ່ຈະພົບກັບທີມຊາດກໍາປູເຈຍ ໃນວັນທີ 21 ມີນານີ້.
ສໍາລັບນັກກິລາແມ່ນມາຈາກຫລາຍສະໂມສອນປະກອບມີ: ສະໂມສອນ ປກສ ເອັຟຊີ 7 ຄົນ, ສະໂມສອນ ດີເຄ ເອັຟຊີ, ສະໂມສອນ ມາສເຕີ 7 ເອັຟຊີ 2 ຄົນ, ສະໂມສອນ ຊ້າງນ້ອຍ ເອັຟຊີ 13 ຄົນ, ສະໂມສອນ ສະມຸດປາການ ເອັຟຊີ (ໄທ), ສະໂມສອນ ກອງທັບ ເອັຟຊີ 4 ຄົນ, ສະໂມສອນ ລາວໂຕໂຢຕາ ເອັຟຊີ 4 ຄົນ, ສະໂມສອນ ປັດຕານີ ເອັຟຊີ (ໄທ), ສະໂມສອນ ສຸຣາດທານີ ເອັຟຊີ (ໄທ), ສະໂມສອນ ນ່ານ ເອັຟຊີ (ໄທ), ສະໂມສອນ ນະຄອນປະຖົມ ເອັຟຊີ (ໄທ).
ສ່ວນລົງສະໜາມຄັ້ງທີ 2 ວັນທີ 27 ມີນາ 2018 ເວລາ 18:00 ໂມງແລງ ພົບ ທີມຊາດບັງກະລາເທດ ທີ່ສະໜາມກິລາແຫ່ງຊາດຫລັກ 16.

