Molten ສະໜັບສະໜູນໝາກບານໃຫ້ ນະຄອນຫລວງ ຢູໄນເຕັດ

ພາຍຫລັງນາງ ພິຈິກາ ບຸນກວ້າງ ເຂົ້າມາເປັນປະທານສະໂມສອນ ນະຄອນຫລວງ ຢູໄນເຕັດ ກໍສາມາດສ້າງທີມຂຶ້ນມາຢ່າງແຂງແກ່ນ ແລະ ໜ້າສົນໃຈ ອາດເວົ້າໄດ້ວ່າສາມາດດຶງຜູ້ສະໜັບສະໜູນມາເປັນສ່ວນໜຶ່ງຂອງທີມໄດ້ຫລາຍທີ່ສຸດໃນບັນດາທີມໃນລາວ.
ກ່ອນໜ້ານີ້, ນາງ ພິຈິກາ ສາມາດດຶງຜູ້ສະໜັບສະໜູນມາໃຫ້ທີມ ຄື Pan ຍີ່ຫໍ້ຜະລິດຕະພັນຊື່ດັງ, Versus, Cps company, Infinity ແລະ ເຄື່ອງດື່ມ Bacchus ມາຊ່ວຍໃນເລື່ອງຕ່າງໆ ແລະ ເປັນສ່ວນໜຶ່ງໃນການສ້າງທີມ.
ຫລ້າສຸດ, ນະຄອນຫລວງ ຢູໄນເຕັດ ໄດ້ຮັບການສະໜັບສະໜູນໝາກບານຈາກ Molten ແລະ ເປັນຜູ້ຜະລິດໝາກບານໃຫ້ແກ່ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊີ ຫລື AFC Asean Cup 2019 ໂດຍຈະໄດ້ນຳໃຊ້ໝາກບານເຂົ້າໃນການຝຶກຊ້ອມ ແລະ ແຂ່ງຂັນ.
ກ່ອນໜ້ານີ້, Molten ເປັນຜູ້ຜະລິດໝາກບານລະດັບຊັ້ນນຳຂອງໂລກ ໄດ້ເຊັນສັນຍາເປັນຜູ້ຜະລິດໝາກບານທີ່ໃຊ້ໃນການແຂ່ງຂັນບານເຕະກັບສະຫະພັນບານເຕະອາຊີ (AFC) ຢ່າງເປັນທາງການ.

