ຖືກໃຈແຟນບານ..! ວົງການກິລາລາວກຽມກັບມາມ່ວນອີກຄັ້ງພາຍຫຼັງລັດຖະບານອະນຸຍາດໃຫ້ເຂົ້າຊົມໄດ້ແລ້ວ

ອີງຕາມການແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການເລກທີ 697/ຫສນຍ ລົງວັນທີ 30 ມິຖຸນາ 2020 ເລື່ອງສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ໃນໄລຍະແຕ່ວັນທີ 1-31 ກໍລະກົດ 2020.

ຊິ່ງໃນຂໍ້ 3.1 ໄດ້ລະບຸວ່າ: ເຫັນດີໃຫ້ຈັດການແຂ່ງຂັນກິລາທຸກປະເທດໄດ້ ໂດຍມີຜູ້ຊົມເຂົ້າຕາມຄວາມເໝາະສົມຂອງສະຖານທີ່, ປະຕິບັດໄລຍະຫວ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າປັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ມອບໃຫ້ກະຊວງສຶກສາທິການ ແລະ ກີລາ ອອກໍາຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດ. ພ້ອມດຽວກັນນັ້ນກັນນັ້ນໂດຍສະເພາະການແຂ່ງຂັນ ເປບຊີ ລາວລີກ 1 ແລະ ຄອມມານໂດ ລາວລີກ 2 ທີ່ປີນີ້ມີທີມເຂົ້າຮ່ວມແຂ່ງຂັນຫຼາຍຂຶ້ນ ຈະໄດ້ເຂົ້າຮັບຊົມໃນສະໜາມໄດ້ ຫຼັງຈາກທີ່ ລັດຖະບານ ອະນຸຍາດໃຫ້ແຟນບານເຂົ້າເບິ່ງໃນສະໜາມໄດ້ແລ້ວ. (ສ່ວນມາດຕະການອື່ນໆເບິ່ງໄດ້ໃນແຈ້ງການດ້ານລຸ່ມນີ້)