5 ພຶດຕິກຳຫ້າມເຮັດຂອງຄົນໃສ່ຄອນແທັກເລນ

ເຊື່ອວ່າຄົນທີ່ໃສ່ຄອນແທັກເລັນນັ້ນເຄີຍມີພຶດຕິກຳສ່ຽງໆທີ່ອາດເຮັດໃຫ້ເກີດອັນຕະລາຍກັບດວງຕາໄດ້. ຖອດຄອນແທັກເລັນແລ້ວແຊ່ນ້ຳຢາທັນທີ : ບໍ່ຄວນເຮັດເປັນຢ່າງຍິ່ງ ທ່ານຄວນລ້າງໂດຍການຢອດນ້ຳຢາລ້າງຄອນແທັກເລັນໃຫ້ທົ່ວຄອນແທັກເລັນກ່ອນ ເພື່ອເປັນການລ້າງສິ່ງເປິເປື້ອນທີ່ຕິດຢູ່ອອກໃຫ້ໝົດ ຈາກນັ້ນຈຶ່ງຄ່ອຍເອົາໄປແຊ່ໃນກ່ອງໃສ່ຄອນແທັກເລັນ. ໃສ່ເກີນກຳນົດ : ບໍ່ວ່າຈະແມ່ນຄອນແທັກເລນແບບລາຍມື້, ລາຍເດືອນ ຫລື ລາຍປີ ເມື່ອເຖິງກຳນົດທີ່ຈະຕ້ອງປ່ຽນແລ້ວ ທ່ານກໍຄວນປ່ຽນທັນທີ. ເຊັດມືກ່ອນໃສ່ ຫລື ຖອດຄອນແທັກເລັນ : ບໍ່ຄວນເຊັດມືໃຫ້ແຫ້ງ…

ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ

ນອກຈາກສະຖານທີ່ ຫລັກໆໃນການທ່ອງທ່ຽວຢູ່ ຫລວງພະບາງແລ້ວຍັງມີອີກ ຫລາຍແຫ່ງສ້າງຄວາມຈັບອົກ ຈັບໃຈແກ່ຜູ້ມາທ່ຽວບໍ່ໜ້ອຍດັ່ງ:  ຕະຫຼາດເຊົ້າຫຼວງພະບາງຕັ້ງຢູ່ ຕາມຮ່ອມເຂດບ້ານປ່າຂາມ ບໍ່ຫ່າງໄກຈາກ ບໍລິເວນຕະຫຼາດກາງຄືນ, ເປັນຕະຫຼາດທີ່ບໍ່ໃຫຍ່ ແຕ່ເປັນບ່ອນປະຊາຊົນພາຍໃນທ້ອງຖິ່ນ ໄດ້ພາກັນ ມາຂາຍເຄື່ອງໃນຕອນເຊົ້າຂອງທຸກໆມື້ເຊິ່ງປະກອບດ້ວຍສິນຄ້າປະເພດຕ່າງໆເຊັ່ນ: ຜັກສົດ, ຊີ້ນ, ປາ, ເຂົ້າໝາກໄມ້ ແລະ  ສະໝູນໄພຫຼາຍຊະນິດ. ນອກຈາກນັ້ນ,…

ສົງການປີນີ້ນະຄອນຫລວງວຽງຈັນບໍ່ແຫ່ນາງສັງຂານ

ນັບວ່າເປັນກະແສສັງຄົມໃຫ້ຄວາມສົນໃຈຫລາຍສົມຄວນ, ສຳລັບສົງການປີນີ້ພາຍຫລັງ ເຫັນນາງສັງຂານ ຢູ່ນະຄອນ ຫລວງວຽງຈັນ (ຊຶ່ງເປັນຕົວ ແທນລູກສາວ 7 ຄົນຂອງທ້າວ ກະບີນລະພົມ) ຖືຂັນໝາກ ເບັງ ຍ່າງໃນຂະບວນມວນຊົນ, ຊຶ່ງບໍ່ໄດ້ນັ່ງ ເທິງຫລັງສັດຄືຜ່ານມາ. ຕາມພຸດທະປະຫວັດລະບຸວ່າ: ນາມມະຫາສົງການນາງ ເທບທິດາທີ 6 ຊົງພະນາມວ່າ:…

ໂທດຈາກການກິນອາຫານສຸກໆດິບໆ

ປະຈຸບັນຄົນລາວນິຍົມໄປກິນອາຫານຍີ່ປຸ່ນກັນຫລາຍ ໂດຍທີ່ຄວາມຈິງແລ້ວພິດໄພທີ່ມາຈາກອາຫານປຸງແຕ່ງບໍ່ສຸກນັ້ນມີຫລາຍ ບໍ່ວ່າຈະແມ່ນເຊື້ອໄວຣັສ, ແບັກທີເຣຍ, ສານພິດຈາກເຊື້ອເຫລົ່ານີ້ເຮັດໃຫ້ເປັນໄຂ້, ເຈັບທ້ອງ, ຖອກທ້ອງໄດ້ ພົບຫລາຍທັງໃນລຳໄສ້ຂອງສັດປີກແລະສັດລ້ຽງລູກດ້ວຍນົມ ລວມໄປເຖິງອາຫານທະເລ ແລະ ຫອຍຫລາຍຊະນິດນຳອີກ ຍິ່ງຫາກຜູ້ທີ່ໄດ້ຮັບເຊື້ອແມ່ນເດັກນ້ອຍ, ຜູ້ເຖົ້າ, ແມ່ຍິງຖືພາ, ຜູ້ທີ່ມີຮ່າງກາຍອ່ອນແອ ລວມໄປເຖິງຜູ້ທີ່ມີພູມຕ້ານທານຕໍ່າດັ່ງຜູ້ເປັນພະຍາດມະເຮັງຢູ່ ກໍມີໂອກາດທີ່ຈະເຮັດໃຫ້ອາການຮຸນແຮງຈົນເຖິງເສຍຊີວິດໄດ້ເຊັ່ນກັນ. ດັ່ງນັ້ນ, ຄວນກິນອາຫານທີ່ປຸງແຕ່ງສຸກໃໝ່ໆ ບໍ່ຄວນກິນອາຫານສຸກໆດິບໆ…

ປັດໄຈຊ່ວຍໃຫ້ຊີວິດດີຂຶ້ນໄດ້

ຄວາມເຊື່ອ : ຄວາມເຊື່ອຈາກການໄດ້ຍິນໄດ້ຟັງເລື້ອຍໆ ເຮົາຕ້ອງເລືອກເຊື່ອໃຫ້ເປັນ ເພາະຄວາມເຊື່ອທັງຫລາຍຍັງບໍ່ແມ່ນຄວາມຈິງ ຄົນຈະມີຄວາມເຊື່ອໄດ້ຕ້ອງບໍ່ສັບສົນກັບຄວາມຈິງ ແລະ ຕ້ອງມີຄວາມກ້າຫານທີ່ຈະເຊື່ອໃນສິ່ງທີ່ດີໆ ເຊັ່ນ : ເຊື່ອວ່າຊີວິດຕໍ່ຈາກນີ້ໄປຈະດີຂຶ້ນ, ເຊື່ອວ່າຈະເຮັດສິ່ງດີໆໄດ້ຫລາຍຂຶ້ນ, ໃຈເຢັັນຂຶ້ນ, ເວົ້າມ່ວນຂຶ້ນ, ອົດທົນໄດ້ຫລາຍຂຶ້ນ, ເຊື່ອວ່າຕົນເອງມີຄວາມດີ, ຄວາມເກັ່ງຕາມຄວາມເປັນຈິງ, ເຊື່ອວ່າທຸກບັນຫາມີໂອກາດແກ້ໄຂໄດ້ ແລະອື່ນໆ. ຄວາມຫວັງ…

ຮູ້ທັນອາການຜິດປົກກະຕິເວລາເປັນປະຈຳເດືອນ

ເວລາເປັນປະຈຳເດືອນຍ່ອມເຮັດໃຫ້ຮູ້ສຶກບໍ່ສະບາຍໂຕ, ວິຕົກກັງວົນວ່າຈະເປື້ອນ ເຮັດໃຫ້ເຄື່ອນໄຫວບໍ່ຄ່ອງແຄ້ວຄືປົກກະຕິ ບາງເທື່ອກໍມີອາການເຈັບທ້ອງນ້ອຍ ຫລື ປວດເມື່ອຍຕາມຕົນໂຕ ຈຶ່ງເຮັດໃຫ້ຫລາຍໆຄົນຮູ້ສຶກລຳຄານ ແລະ ໝຸດໝັດ. ສ່ວນອີກເຫດຜົນໜຶ່ງກໍຄື : ໃນໄລຍະທີ່ເປັນປະຈຳເດືອນ ຮ່າງກາຍຈະມີການປ່ຽນແປງຂອງລະດັບຮໍໂມນ ເຊິ່ງໂຕຮໍໂມນນີ້ທີ່ຈະໄປສົ່ງຜົນກັບອາລົມ ເຮັດໃຫ້ອາລົມປ່ຽນແປງໄດ້ງ່າຍ ເຊັ່ນ : ໃຈນ້ອຍ, ໃຈຮ້າຍງ່າຍ, ໝຸດໝັດ,…

5 ເຄັດລັບກຳຈັດຄວາມກັງວົນໃຈ

ວິເຄາະຄວາມກັງວົນຂອງທ່ານໃຫ້ອອກມາເປັນເຫດຜົນ : ຫລາຍຄົນຮູ້ສຶກກັງວົນ ແຕ່ບອກບໍ່ໄດ້ວ່າກັງວົນເລື່ອງຫຍັງ ເຊິ່ງມັນກໍຄົງຈະດີກ່ວາຖ້າທ່ານລອງໃຊ້ເວລາຈັກໜ້ອຍວິເຄາະໃຫ້ອອກວ່າທີ່ທ່ານກັງວົນນັ້ນຍ້ອນສາເຫດຫຍັງ ເລື່ອງລາວທີ່ກັງວົນນັ້ນມີທີ່ມາທີ່ໄປແນວໃດ, ອັນໃດແດ່ທີ່ທ່ານຄວບຄຸມໄດ້, ອັນໃດທີ່ທ່ານຄວບຄຸມບໍ່ໄດ້ ເພື່ອທ່ານຈະໄດ້ຄິດເຖິງທາງອອກໄດ້ວ່າຈະແກ້ໄຂບ່ອນໃດໄດ້ແດ່. ເຮັດໃຫ້ຄວາມກັງວົນຂອງທ່ານຈັບຕ້ອງໄດ້ : ບັນຫາທີ່ມັກເກີດຂຶ້ນເວລາເຮົາມີຄວາມກັງວົນນັ້ນ ແມ່ນເຮົາມັກຈະຄິດກັນແບບກ້ຽວໄປກ້ຽວມາໃນຫົວ ເຜີໆກໍຄິດໄປເອງໝົດ ມັນຈຶ່ງຈະດີກ່ວາຫາກທ່ານມີຄວາມກັງວົນແບບຈັບຕ້ອງໄດ້ນັ້ນກໍຄືຂຽນອອກມາໃສ່ເຈ້ຍ, ຈັດລຽງມັນໃຫ້ເປັນອັນ, ເປັນປະເພດ, ຂຽນແຜນຜັງລຳດັບຄວາມຄິດ, ຂຽນຄວາມເປັນໄປໄດ້ຂອງສິ່ງທີ່ຈະເກີດຂຶ້ນ ຫລື…

ທິນັນດາ ວົງໜໍ່ແກ້ວ ຄອງຕຳແໜ່ງນາງສາວເຊກອງ 2017

ນາງ ທິນັນດາ ວົງໜໍ່ແກ້ວ   ຕົວແທນສາວງາມຈາກເມືອງລະ  ມາມໝາຍເລກ 20 ໄດ້ຮັບຕຳ ແໜງ ນາງສາວເຊກອງປະຈຳປີ  2017, ຂະນະທີ່ຮອງຊະນະເລີດ ອັນດັບທີໜຶ່ງໄດ້ແກ່ຕົວແທນສາວ ງາມຈາກບ້ານໃໝ່ຫົວເມືອງ ແລະ ໝາຍເລກ 18 ໄດ້ຮັບຊະນະເລີດ ອັນດັບສອງ. ງານປະກວດນາງສາວເຊ ກອງ…

ຫລວງພະບາງໃນເທດສະການປີໃໝ່

ໂອກາດທີ່ຈະເຫັນໄດ້ຄວາມເປັນເອກະລັກຂອງເມືອງຫຼວງພະບາງທີ່ແທ້ຈິງກໍຄືໃນເທດສະການປີໃໝ່ລາວນີ້. ໂດຍຜ່ານສະຖານ ທີ່ສຳຄັນ ຕ່າງໆຄື: – ວັດຊຽງທອງ ເປັນວັດທີ່ ເກົ່າສ້າງຂຶ້ນໃນລະຫວ່າງປີ ຄສ 1559-1560 ໃນສະໄໝເຈົ້າ ໄຊ ຍະ ເຊດຖາທິຣາຊ ເຊິ່ງຕັ້ງຢູ່ຢ່າງ ສະຫງ່າຜ່າເຜີຍລຽບແຄມແມ່ ນໍ້າຂອງເຂດບ້ານຊຽງທອງ ໃຈ ກາງເມືອງຫຼວງພະບາງ. ວັດຊຽງ…

ຄວາມໝາຍສໍາຄັນຂອງບຸນປີໃໝ່ລາວ

ພາຍຫລັງໄດ້ລະເວັ້ນການຖືປີໃໝ່ຕາມຮີດເກົ່າຄອງເດີມຄືເຄີຍສະຫລອງໃນເດືອນໜຶ່ງ ຫລື ເດືອນຈຽງ ເຊິ່ງເພີ່ນເອີ້ນວ່າບຸນກິນຈຽງແລ້ວ, ຊາວລາວເຮົາເລີຍໄດ້ເອົາກຸດສົງການມາເປັນບຸນປີໃໝ່ປະຈໍາຊາດຂອງຕົນຕັ້ງແຕ່ສະຕະວັດທີ 16 ເປັນຕົ້ນມາ. ຈຸດພິເສດຂອງປະຕິທິນລາວແມ່ນການໃຊ້ສອງລະບົບປະຕິທິນຄື: ຈັນທະຣະຄະຕິ ແລະ ສຸຣິຍະຄະຕິ, ສອງລະບົບນີ້ມີວັນຂຶ້ນປີໃໝ່ຕ່າງກັນຄື: ຈັນທະຣະຄະຕິນັ້ນແມ່ນວັນຂຶ້ນປີໃໝ່ຢູ່ເດືອນຈຽງ, ສ່ວນສຸຣິຍະຄະຕິແມ່ນຂຶ້ນປີໃໝ່ຢູ່ເດືອນ 5 (ເດືອນເມສາ) ໃນວັນຂຶ້ນປີໃໝ່ສອງລະບົບນີ້ພາຍຫລັງທີ່ປະຊາຊົນລາວປະລະຮີດຖືຜີແລ້ວມາຖືທາງພຸດທະປະເພນີ ກໍເອົາບູນກຸດສົງການໃນເດືອນ 5 ເປັນບຸນຂຶ້ນປີໃໝ່ຂອງຕົນ….