ນິວຊີແລນກຽມຫ້າມນໍາໃຊ້ ໂທລະສັບມືຖືໃນຫ້ອງຮຽນ
ຜູ້ນໍານິວຊີແລນຢືນຢັນການເດີນໜ້ານະໂຍບາຍຫ້າມນໍາໃຊ້ໂທລະສັບມືຖືໃນຫ້ອງຮຽນ ເພື່ອຍົກລະດັບການອ່ານອອກຂຽນໄດ້ຂອງນັກຮຽນພາຍໃນປະເທດ. ວັນທີ 1 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຄຣິສ ລັກຊອນ ກ່າວວ່າ: ລັດຖະບານກຽມກໍານົດມາດຕະການຢ່າງເປັນທາງການໃນການຫ້າມນໍາໃຊ້ໂທລະສັບມືຖືໃນຫ້ອງຮຽນ ເຖິງວ່າຍັງບໍ່ໄດ້ກ່າວຈະແຈ້ງວ່າຈະເລີ່ມເມື່ອໃດ, ແຕ່ເລື່ອງນີ້ຄືໜຶ່ງໃນນະໂຍບາຍທີ່ທ່ານ ລັກຊອນ ໃຫ້ຄໍາໝັ້ນວ່າ: ຈະດໍາເນີນໃຫ້ໄດ້ພາຍໃນ 100 ວັນທໍາອິດຂອງການປະຕິບັດໜ້າທີ່ ນັບແຕ່ຮັບຕໍາແໜ່ງໃນວັນທີ 27…







