ໄນຈີເຣຍປະກາດເຕືອນອຸທົກກະໄພ ພາຍຫລັງກາເມີຣູນເລີ່ມລະບາຍນໍ້າອອກຈາກເຂື່ອນ

ທາງການໄນຈີເຣຍປະກາດເຕືອນວ່າ: ຢ່າງໜ້ອຍ 11 ລັດ ທີ່ຢູ່ລຽບຕາມແມ່ນໍ້າສາຍຕົ້ນຕໍສາຍໜຶ່ງ ມີຄວາມສ່ຽງຈະປະສົບເຫດອຸທົກກະໄພ ເນື່ອງຈາກປະເທດໃກ້ຄຽງຄືກາເມີຣູນ ເລີ່ມປ່ອຍນໍ້າຈາກເຂື່ອນແຫ່ງໜຶ່ງຂອງປະເທດ.
ວັນທີ 19 ກັນຍາ, ທ່ານ ອູມາ ອິ ບຣາຮິມ ໂມຮໍາເໝັດ ຜູ້ອໍານວຍການສໍານັກງານບໍລິການອຸທົກວິທະຍາໄນຈີເຣຍ (ນີຊາ) ເຊິ່ງເປັນໜ່ວຍງານຂອງລັດຖະບານສູນກາງທີ່ບໍລິຫານຈັດການຊັບພະຍາກອນນໍ້າ ກ່າວວ່າ: ທາງການກາເມີຣູນມີແຜນລະບາຍນໍ້າຕາມລະບຽບຈາກເຂື່ອນລັກໂດ ໃນພາກເໜືອຂອງປະເທດ.
ທ່ານ ໂມຮໍາເໝັດ ກ່າວໃນຖະແຫລງການທີ່ເຜີຍແຜ່ໃນວັນທີ 17 ກັນຍາຜ່ານມາວ່າ: ກໍານົດການລະບາຍນໍ້າຂອງກາເມີຣູນ ເລີ່ມແຕ່ວັນທີ 17 ກັນຍາ ເຊິ່ງຄາດວ່ານໍ້າຈາກເຂື່ອນລັກໂດ ຈະໄຫລລົງສູ່ແມ່ນໍ້າເບນູ ທາງພາກກາງຂອງໄນຈີເຣຍ ແລະ ອາດເຂົ້າຖ້ວມຫລາຍແຫ່ງຢູ່ພາກຕາເວັນອອກສຽງເໜືອ, ພາກກາງຕອນເທິງ, ພາກໃຕ້ຕອນລຸ່ມ ແລະ ພາກຕາເວັນອອກສຽງໃຕ້ຂອງປະເທດ.
ທ່ານ ໂມຮໍາເໝັດ ກ່າວອີກວ່າ: ລັດທັງໝົດທີ່ຢູ່ຕິດແມ່ນໍ້າເບນູຕ້ອງຍົກລະດັບການເຝົ້າລະວັງ ແລະ ໃຊ້ມາດຕະການກຽມຄວາມພ້ອມທີ່ເໝາະສົມ ເພື່ອຫລຸດຜົນກະທົບທີ່ອາດເກີດຂຶ້ນຈາກນໍ້າຖ້ວມ.
ທ່ານ ໂມຮໍາເໝັດ ເຕືອນໃຫ້ລັດຕ່າງໆກຽມພ້ອມຮັບມືນໍ້າຖ້ວມ, ແຕ່ທ່ານຄາດວ່າ: ການປ່ອຍນໍ້າຈາກເຂື່ອນລັກໂດບໍ່ອາດຈະສ້າງຄວາມເສຍຫາຍຢ່າງໜັກຕໍ່ໄນຈີເຣຍແຕ່ຢ່າງໃດ.
ຂະນະທີ່, ທ່ານ ເອເຊເຄຍ ມັນໂຊ ໂຄສົກສໍານັກງານຈັດການເຫດສຸກເສີນແຫ່ງຊາດ (ເນມາ) ຂອງໄນຈີເຣຍ ກ່າວວ່າ: ທາງໜ່ວຍງານກໍາລັງກຽມຮັບມືອຸທົກກະໄພທີ່ອາດເກີດຂຶ້ນ ແລະ ຢືນຢັນວ່າ: ທາງການໄດ້ແຈ້ງເຕືອນລັດຕ່າງໆແລ້ວ.

