ກໍາປູເຈຍກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທີ 10

ກໍາປູເຈຍກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທີ 10

     ວັນທີ 13 ກຸມພາ, ກະຊວງສາທາລະນະສຸກຂອງກໍາປູເຈຍລາຍງານການກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງເພີ່ມຂຶ້ນ 1 ຂຶ້ນ ເຮັດໃຫ້ຈໍານວນຜູ້ຕິດເຊື້ອພະຍາດດັ່ງກ່າວພາຍໃນປະເທດມີທັງໝົດ 10 ຄົນ ນັບແຕ່ເດືອນທັນວາຜ່ານມາ.      ລາຍງານລະບຸວ່າ: ຜົນກວດສອບຈາກຫ້ອງປະຕິບັດການຂອງສະຖາບັນສາທາລະນະສຸກແຫ່ງຊາດໃນວັນທີ 12 ກຸມພາ ຢືນຢັນການຕິດເຊື້ອຂອງຜູ້ຕິດເຊື້ອເພດຊາຍຄົນນີ້ ເຊິ່ງອາໄສຢູ່ເຂດດັງເກົາຂອງນະຄອນຫລວງພະນົມເປັນ ແລະ ກໍາລັງຮັບການປິ່ນປົວຢູ່ໂຮງໝໍ….

ສີລັງກາກຽມບັນຈຸຫລັກສູດ AI ເຂົ້າລະບົບການສຶກສາ

ສີລັງກາກຽມບັນຈຸຫລັກສູດ AI ເຂົ້າລະບົບການສຶກສາ

     ວັນທີ 13 ກຸມພາ, ສໍານັກງານຂໍ້ມູນຂ່າວສານຂອງລັດຖະບານສີລັງກາລາຍງານວ່າ: ຄະນະລັດຖະບານສີລັງກາໄດ້ອະນຸມັດຂໍ້ສະເໜີບັນຈຸກຸ່ມຫລັກສູດປັນຍາປະດິດ (AI) ເຂົ້າສູ່ລະບົບການສຶກສາຂອງປະເທດ.      ຂໍ້ສະເໜີດັ່ງກ່າວອ້າງອີງຄໍາແນະນໍາຈາກຄະນະສະເພະກິດເພື່ອກໍານົດຍຸດທະສາດ ແລະ ແຜນການລະດັບປະເທດ ທີ່ກ່ຽວຂ້ອງກັບປັນຍາປະດິດ ແລະ ສີລັງກາຈະດໍາເນີນໂຄງການນີ້ດ້ວຍການສະໜັບສະໜູນຈາກສະຖາບັນໄມໂຄຣຊອບ (Microsoft Institute).      ຄະນະລັດຖະບານສີລັງກາໄດ້ອະນຸມັດການແກ້ໄຂຫລັກສູດນາໆຊາດທີ່ດໍາເນີນງານໂດຍສະຖາບັນໄມໂຄຣຊອບໃນປັດຈຸບັນໂດຍອ້າງອີງຄໍາແນະນໍາຈາກສະຖາບັນການສຶກສາແຫ່ງຊາດສີລັງກາ ລວມທັງການເລີ່ມຕົ້ນໂຄງການຕົວແບບຕາມຂໍ້ສະເໜີໃນນັກຮຽນມັດທະຍົມສຶກສາປີທີ…

ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ

ອິດສະລາແອນຂີດເສັ້ນໃຫ້ຮາມັດປ່ອຍຕົວປະກັນພາຍໃນເດືອນລໍມາດອນ ບໍ່ສະນັ້ນສະບຸກເມືອງຣາຟາ

     ເຈົ້າໜ້າທີ່ລະດັບສູງຂອງລັດຖະບານອິດສະລາແອນກ່າວວ່າ: ກຸ່ມຮາມັດຕ້ອງປ່ອຍຕົວປະກັນທີ່ຍັງເຫລືອທັງໝົດ ພາຍໃນເດືອນລໍມາດອນ ບໍ່ສະນັ້ນກອງທັບຈະເດີນໜ້າສົ່ງທະຫານເຂົ້າເມືອງຣາຟາຢູ່ເຂດກາຊາ.      ວັນທີ 19 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ພົນໂທ ເບນນີ ກັນ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອນ ເຊິ່ງປັດຈຸບັນດໍາລົງຕໍາແໜ່ງໃນຄະນະລັດຖະມົນຕີສົງຄາມ ກ່າວວ່າ: ກອງທັບອິດສະລາແອນຈະຮ່ວມບໍລິຫານຈັດການກັບອາເມລິກາ ແລະ ອີຢິບ ໃນການອົບພະຍົບປະຊາຊົນອອກຈາກເມືອງຣາຟາ…

ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ

ຕຳຫລວດຍີ່ປຸ່ນ ຈັບເຈົ້າຂອງຮ້ານຂາຍກະເປົາແບຣນເນມລອກຮຽນແບບ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 17 ກຸມພາ 2024 ວ່າ: ຍິງອາຍຸ 64 ປີ ເປັນເຈົ້າຂອງຮ້ານຂາຍກະເປົາໃນເຂດ ຄັດສຶຊິກະ ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ຕົກເປັນຜູ້ສົງໄສປອມແປງລິຂະສິດ ຫລັງຈາກເຈົ້າໜ້າທີ່ກວດສອບພົບວ່າມີສິນຄ້າປອມຢູ່ໃນຮ້ານ ແລະ ທີ່ສຳຄັນຜູ້ກ່ຽວເປັນຄົນຜະລິດສິນຄ້າຂຶ້ນມາເອງ. ປະມານ 2-3 ປີກ່ອນ…

ບຸກທຳລາຍ ສາງເກັບເຄື່ອງແມ່ຄ້າອອນລາຍ ພົບສິນຄ້າບໍ່ຜ່ານມາດຕະຖານ ຫລາຍລາຍການ

ບຸກທຳລາຍ ສາງເກັບເຄື່ອງແມ່ຄ້າອອນລາຍ ພົບສິນຄ້າບໍ່ຜ່ານມາດຕະຖານ ຫລາຍລາຍການ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 14 ກຸມພາ 2024 ວ່າ: ສູນປະຕິບັດການຄະດີພິເສດ ຈັງຫວັດຊາຍແດນພາກໃຕ້ ແລະ ໜ່ວຍງານກ່ຽວຂ້ອງເຂົ້າກວດຄົ້ນສາງເກັບສິນຄ້າບໍລິສັດມາກີ້ຊ໋ອບ 2017 ໃນພື້ນທີ່ ຕຳບົນສະເຕັງນອກ ອຳເພີເມືອງຍະລາ ຫລັງຮູ້ວ່າ ມີການນຳເຂົ້າຈຳໜ່າຍສິນຄ້າທີ່ບໍ່ຜ່ານການຮັບຮອງ ແລະ ຫລີກລ່ຽງພາສີອາກອນ ໂດຍເປີດຈຳໜ່າຍຜ່ານທາງເວັບໄຊ ແລະ…

ເວເນຊູເອລາ ສັ່ງປິດສໍານັກງານສິດທິມະນຸດສະຫະປະຊາຊາດ ເນລະເທດເຈົ້າໜ້າທີ່ທັງໝົດ

ເວເນຊູເອລາ ສັ່ງປິດສໍານັກງານສິດທິມະນຸດສະຫະປະຊາຊາດ ເນລະເທດເຈົ້າໜ້າທີ່ທັງໝົດ

     ລັດຖະບານ ກາຣາກັສ ສັ່ງຢຸດກິດຈະກໍາທັງໝົດຂອງສໍານັກງານຂ້າຫລວງໃຫຍ່ສິດທິມະນຸດແຫ່ງສະຫະປະຊາຊາດ ແລະ ຂັບໄລ່ເຈົ້າໜ້າທີ່ທັງໝົດ ຂໍ້ຫາສະໜັບສະໜູນຜູ້ກໍ່ການຮ້າຍ.      ວັນທີ 16 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດເວເນຊູເອລາອອກຖະແຫລງການ ຢຸດການດໍາເນີນງານທັງໝົດຂອງສໍານັກງານຂ້າຫລວງໃຫຍ່ສິດທິມະນຸດແຫ່ງສະຫະປະຊາຊາດ (OHCHR) ແລະ ປະກາດວ່າ: ບຸກຄະລາກອນຊາວຕ່າງປະເທດທຸກຄົນຂອງໜ່ວຍງານແຫ່ງນີ້ ເປັນບຸກຄົນບໍ່ເພິ່ງປາດຖະໜາ ໂດຍຕ້ອງເດີນທາງອອກຈາກເວເນຊູເອລາ…

ທ່ານ ປຣາໂບໂວ ຊູບຽນໂຕ ປະກາດໄຊຊະນະ ກຽມດໍາລົງຕໍາແໜ່ງປະທານາທິບໍດີອິນໂດເນເຊຍຄົນໃໝ່

ທ່ານ ປຣາໂບໂວ ຊູບຽນໂຕ ປະກາດໄຊຊະນະ ກຽມດໍາລົງຕໍາແໜ່ງປະທານາທິບໍດີອິນໂດເນເຊຍຄົນໃໝ່

     ທ່ານ ປຣາໂບໂວ ຊູບຽນໂຕ ລັດຖະມົນຕີວ່າກະຊວງການປ້ອງກັນປະເທດອິນໂດເນເຊຍ ອາຍຸ 72 ປີ ປະກາດໄຊຊະນະກຽມດໍາລົງຕໍາແໜ່ງປະທານາທິບໍດີອິນໂດເນເຊຍຄົນໃໝ່ ຫລັງຈາກຜົນການເລືອກຕັ້ງຢ່າງບໍ່ເປັນທາງການຊີ້ວ່າ: ທ່ານ ປຣາໂບໂວ ໄດ້ຄະແນນສຽງເກືອບ 60% ຫລຸດໂອກາດຈະຕ້ອງໄປຕັດສິນໃນການເລືອກຕັ້ງຮອບສອງ (Runoff) ໄດ້ສໍາເລັດ.       ທ່ານ ປຣາໂບໂວ…

ອົງການໄອຍະການປະຊາຊົນ ຈະບໍ່ເຂົ້າຮ່ວມຕິດຕາມກວດກາ ການດຳເນີນຄະດີແພ່ງ

ອົງການໄອຍະການປະຊາຊົນ ຈະບໍ່ເຂົ້າຮ່ວມຕິດຕາມກວດກາ ການດຳເນີນຄະດີແພ່ງ

ວັນທີ 13 ກຸມພາ 2024, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມປຶກສາຫາລືຄວາມເປັນເອກະພາບ ກ່ຽວກັບອົງການໄອຍະການປະຊາຊົນ ຈະບໍ່ເຂົ້າຮ່ວມໃນການຕິດຕາມກວດກາ ການດຳເນີນຄະດີແພ່ງ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍຫົວໜ້າຄະນະສານອາຍາ, ຫົວໜ້າຄະນະສານແພ່ງ, ຫົວໜ້າຄະນະສານການຄ້າ,…

ກຳປູເຈຍ ພົບລູກປາໂລມານ້ຳຈືດ ເກີດໃໝ່ໂຕທີສອງຂອງປີນີ້

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ວັນທີ 15 ກຸມພາ 2024 ວ່າ:  ທີມນັກວິໄຈ ຈາກສຳນັກບໍລິິຫານງານປະມົງ ແລະ ອົງການກອງທຶນສັດປ່າສາກົນ ພົບລູກປາ ຢູ່ບໍລິເວນແຫລ່ງໂລມາກຳປີ ໃນເຂດ ເຈດເບີເຣຍ ຂອງ ແຂວງກະແຈະ ທາງຕາເວັນອອກສ່ຽງເໜືອຂອງກຳປູເຈຍ ໂດຍລູກຂອງປາໂລໄດ້ມາລອຍນ້ຳມາກັບຝຸງອີກ…

ປີ 2024 ສະຫວັນນະເຂດ ຈະສຸມທຶນຮອນຂອງລັດ ເພື່ອພັດທະນາພື້ນຖານໂຄງລ່າງ ຢູ່ລຽບຊາຍແດນ ລາວ-ຫວຽດນາມ ມູນຄ່າ 50 ຕື້ກວ່າກີບ

ປີ 2024 ສະຫວັນນະເຂດ ຈະສຸມທຶນຮອນຂອງລັດ ເພື່ອພັດທະນາພື້ນຖານໂຄງລ່າງ ຢູ່ລຽບຊາຍແດນ ລາວ-ຫວຽດນາມ ມູນຄ່າ 50 ຕື້ກວ່າກີບ

ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງໆສະຫວັນນະເຂດ ໄດ້ນຳພາຕິດຕາມເບິ່ງການພັດທະນາພື້ນຖານໂຄງລ່າງ, ການກໍ່ສ້າງ, ສ້ອມແປງ ແລະ ຍົກລະດັບເສັ້ນທາງ ແຕ່ທາງແຍກເສັ້ນທາງ 28A ຈຸດບ້ານໂພນໄຮ ຫາ ບ້ານຈຽງຕູບ ຊາຍແດນລາວ-ຫວຽດນາມ ຍາວ 60 ກ່ວາກິໂລແມັດ, ການບຸກເບີກເນື້ອທີ່ນາ…