ກຳປູເຈຍ ພົບລູກປາໂລມານ້ຳຈືດ ເກີດໃໝ່ໂຕທີສອງຂອງປີນີ້

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ວັນທີ 15 ກຸມພາ 2024 ວ່າ:  ທີມນັກວິໄຈ ຈາກສຳນັກບໍລິິຫານງານປະມົງ ແລະ ອົງການກອງທຶນສັດປ່າສາກົນ ພົບລູກປາ ຢູ່ບໍລິເວນແຫລ່ງໂລມາກຳປີ ໃນເຂດ ເຈດເບີເຣຍ ຂອງ ແຂວງກະແຈະ ທາງຕາເວັນອອກສ່ຽງເໜືອຂອງກຳປູເຈຍ ໂດຍລູກຂອງປາໂລໄດ້ມາລອຍນ້ຳມາກັບຝຸງອີກ 7 ໂຕ, ເຊິ່ງເປັນການພົບລູກໂລມາອີລາວະດີເກີດໃໝ່ ໂຕທີສອງຂອງປີນີ້, ຫລັງຈາກພົບໂຕທຳອິດໃນ ວັນທີ 11 ກຸມພາ ຜ່ານມາ.

ທັງນີ້, ປາໂລມາ ອີລາວະດີ ຫລື ປາໂລມານ້ຳຈືດ ຈັດເປັນສັດໃກ້ສູນພັນຂັ້ນວິກິດໃນບັນຊີແດງຂອງອົງການລະຫວ່າງປະເທດເພື່ອການອະນຸລັກທຳມະຊາດ ຕັ້ງແຕ່ປີ 2005.

ປັດຈຸບັນມີການຄາດຄະເນວ່າຈຳນວນປະຊາກອນປາໂລມາຢູ່ໃນລຳແມ່ນ້ຳຂອງ ທີ່ຢູ່ໃນແຂວງສະຕຶງເຕັງ ແລະ ແຂວງ ກະແຈະ ທາງຕາເວັນອອກສຽງເໜືອຂອງກຳປູເຈຍ ມີປະມານ 90 ໂຕ.