ຊາຍຊາວເມືອງເກົາສົງຂອງໄຕ້ຫວັນ ໜ່ວຍໝາກພ້າວຕິດຢູ່ຮູທະວານ

ຊາຍຊາວເມືອງເກົາສົງຂອງໄຕ້ຫວັນ ໜ່ວຍໝາກພ້າວຕິດຢູ່ຮູທະວານ

     ໂຮງໝໍແຫ່ງໜຶ່ງໃນເມືອງເກົາສົງ ຮັບຄົນເຈັບຜູ້ຊາຍອາຍຸ 56 ປີ ເຂົ້າຫ້ອງສຸກເສີນອາການປັດສະວະລໍາບາກ, ເຈັບທ້ອງຮຸນແຮງມາ 2 ວັນແລ້ວ, ຜົນກວດ CT scan ພົບວ່າ ກະເພາະປັດສະວະໄຂ່ຄືໜ່ວຍໝາກບານ ສິ່ງທີ່ອັດຕັນຢູ່ໃນນັ້ນຄືໜ່ວຍໝາກພ້າວ ຂະໜາດຍາວ 7,5ຊມ, ກວ້າງ 5,7ຊມ ປິດກັ້ນທໍ່ປັດສະວະ…

UNICEF ເປີດເຜີຍວ່າ ເດັກນ້ອຍເສຍຊີວິດຢູ່ເຂດກາຊາສູງກວ່າ13.000 ຄົນ ຂະນະທີ່ສົງຄາມເຂົ້າສູ່ເດືອນທີ່ 6

UNICEF ເປີດເຜີຍວ່າ ເດັກນ້ອຍເສຍຊີວິດຢູ່ເຂດກາຊາສູງກວ່າ13.000 ຄົນ ຂະນະທີ່ສົງຄາມເຂົ້າສູ່ເດືອນທີ່ 6

UNICEF ຄາດຄະເນວ່າມີເດັກນ້ອຍເສຍຊີວິດຢູ່ເຂດກາຊາສູງກວ່າ 1 ໝື່ນ 3 ພັນຄົນແລ້ວ, ຂະນະທີ່ສົງຄາມລະຫວ່າງ ອິດສະລາແອນ-ຮາມັດກໍາລັງເຂົ້າສູ່ເດືອນທີ່ 6 ທ່າມກາງຄວາມພະຍາຍາມຂອງນາໆຊາດຮຽກຮ້ອງໃຫ້ທຸກຝ່າຍຫັນມາສະໜັບສະໜູນຂໍ້ຕົກລົງຢຸດຍິງ ແລະ ການເຈລະຈາສັນຕິພາບ. ອ້າງອີງ:

ພາກເໜືອເຂດກາຊາສ່ຽງຜະເຊີນວິກິດອຶດຫິວ ອິດສະລາແອນ-ຮາມັດຍັງຢຸດຍິງຄັ້ງໃໝ່ບໍ່ໄດ້

ພາກເໜືອເຂດກາຊາສ່ຽງຜະເຊີນວິກິດອຶດຫິວ ອິດສະລາແອນ-ຮາມັດຍັງຢຸດຍິງຄັ້ງໃໝ່ບໍ່ໄດ້

     ການເຈລະຈາຢຸດຍິງຄັ້ງໃໝ່ລະຫວ່າງອິດສະລາແອນກັບກຸ່ມຮາມັດຍັງເຕັມໄປດ້ວຍອຸປະສັກ, ຂະນະທີ່ສະຫະປະຊາຊາດກັງວົນຢ່າງໜັກກ່ຽວກັບສະພາບອຶດຫິວຢູ່ເຂດກາຊາ.      ວັນທີ 20 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອິສມາອິລ ຮານິເຢ ຜູ້ນໍາສູງສຸດທາງການເມືອງຂອງກຸ່ມຮາມັດ ກ່າວວ່າ: ອິດສະລາແອນຍັງເປັນຝ່າຍເດີນໜ້າສ້າງຄວາມວຸ້ນວາຍ ແລະ ບໍ່ຢຸດສ້າງຄວາມຮຸນແຮງເພື່ອທໍາລາຍການເຈລະຈາສັນຕິພາບທີ່ກໍາລັງເກີດຂຶ້ນຢູ່ນະຄອນຫລວງໂດຮາ ຂອງກາຕາ.       ຂະນະດຽວກັນ, ກອງທັບອິດສະລາແອນປະຕິບັດການທາງທະຫານຢູ່ໂຮງໝໍອັລ…

ເຈົ້າໜ້າທີ່ໄທ! ບຸກເຂົ້າກວດຄົ້ນຄາຊີໂນແຫ່ງໜຶ່ງຢູ່ບາງໃຫຍ່ ແລະ ຈັບຜູ້ຫລິ້ນການພະນັນ 300 ຄົນ

ເຈົ້າໜ້າທີ່ໄທ! ບຸກເຂົ້າກວດຄົ້ນຄາຊີໂນແຫ່ງໜຶ່ງຢູ່ບາງໃຫຍ່ ແລະ ຈັບຜູ້ຫລິ້ນການພະນັນ 300 ຄົນ

ສຳນັກຂ່າວໄທຣັດ ອອນລາຍ ລາຍງານວ່າ: ກາງຄືນວັນທີ 19 ມີນາ 2024, ຄະນະປະຕິບັດງານພິເສດ ກົມການປົກຄອງ ໄດ້ປະຕິບັດການກວາດລ້າງຄາຊີໂນ ບາງໃຫຍ່ ພ້ອມທັງ ບຸກທຳລາຍຈັບຂຸມການພະນັນຂະໜາດໃຫຍ່ ທີ່ສ້າງເປັນສາງຊັ້ນດຽວ ໃນບ້ານພະປິ່ນ 3, ເຂດບາງໃຫຍ່ ຈັດຫວັດນົນທະບູລີ ຈັບກຸ່ມຜູ້ຮ່ວມຫລິ້ນການພະນັນ 300…

ເມືອງໂຢໂກຮາມາເລັ່ງອອກຂໍ້ຫ້າມ ຫ້າມສູບຢາໃນສວນສາທາລະນະ

ເມືອງໂຢໂກຮາມາເລັ່ງອອກຂໍ້ຫ້າມ ຫ້າມສູບຢາໃນສວນສາທາລະນະ

     ເທດສະບານເມືອງໂຢໂກຮາມາຂອງຍີ່ປຸ່ນ ມີແຜນບັງຄັບໃຊ້ມາດຕະການ ຫ້າມສູບຢາໃນສວນສາທາລະນະ.      ວັນທີ 19 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະພາເທດສະບານເມືອງໂຢໂກຮາມາກໍາລັງພິຈາລະນາອົງປະກອບຫລາຍດ້ານ ເພື່ອນໍາໄປສູ່ການເພີ່ມເນື້ອໃນໃນຂໍ້ຫ້າມໃຫ້ມີການຫ້າມສູບຢາໃນສວນສາທາລະນະ ແລະ ສະຖານທີ່ທ່ອງທ່ຽວຍອດນິຍົມຂອງປະຊາຊົນ ລວມທັງສວນສາທາລະນະຢາມາຊິຕະ ແລະ ສວນສາທາລະນະຮາເບີວິວ.      ທັງນີ້, ກອງປະຊຸມເຫັນພ້ອມໃຫ້ມີການສໍາຫລວດຄວາມຄິດເຫັນຂອງປະຊາຊົນເປັນເວລາ 1…

ທະນາຄານກາງຍີ່ປຸ່ນຂຶ້ນດອກເບ້ຍຄັ້ງທໍາອິດໃນຮອບ 17 ປີ ສູ່ລະດັບ 0%

ທະນາຄານກາງຍີ່ປຸ່ນຂຶ້ນດອກເບ້ຍຄັ້ງທໍາອິດໃນຮອບ 17 ປີ ສູ່ລະດັບ 0%

     ທະນາຄານກາງຍີ່ປຸ່ນປັບຂຶ້ນອັດຕາດອກເບ້ຍນະໂຍບາຍສູ່ລະດັບ 0% ເປັນຄັ້ງທໍາອິດນັບແຕ່ປີ 2007.      ວັນທີ 19 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ອອກຖະແຫລງການກ່ຽວກັບການປັບຂຶ້ນອັດຕາດອກເບ້ຍນະໂຍບາຍຈາກ -0,1% ເປັນລະຫວ່າງ 0-0,1% ຖືເປັນການກັບມາຂຶ້ນອັດຕາດອກເບ້ຍເປັນຄັ້ງທໍາອິດຂອງ BOJ ນັບແຕ່ປີ 2007…

ປາກິດສະຖານໂຈມຕີອັບການິດສະຖານ ເພື່ອເປັນສັນຍານເຕືອນເຖິງກຸ່ມຕາລີບັນ

ປາກິດສະຖານໂຈມຕີອັບການິດສະຖານ ເພື່ອເປັນສັນຍານເຕືອນເຖິງກຸ່ມຕາລີບັນ

     ລັດຖະບານປາກິດສະຖານກ່າວວ່າ: ປະຕິບັດການໂຈມຕີທາງທະຫານຢູ່ພາກຕາເວັນອອກຂອງອັບການິດສະຖານເກີດຂຶ້ນເພື່ອເປັນຄໍາເຕືອນເຖິງກຸ່ມຕາລີບັນ.      ວັນທີ 19 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດອັບການິດສະຖານອອກຖະແຫລງການເຊີນເຈົ້າໜ້າທີ່ການທູດລະດັບສູງສຸດຂອງເອກອັກຄະລັດຖະທູດປະຈໍານະຄອນຫລວງກາບູນເຂົ້າພົບ ໃນວັນທີ 8 ມີນາຜ່ານມາ ເພື່ອປະທ້ວງກໍລະນີກອງທັບປາກິດສະຖານປະຕິບັດການໂຈມຕີທາງອາກາດ ສ້າງຄວາມເສຍຫາຍໃຫ້ແກ່ບ້ານເຮືອນຂອງປະຊາຊົນຢູ່ແຂວງຄອສ ແລະ ແຂວງປັກຕິກາ ທີ່ຢູ່ທາງຕາເວັນອອກຂອງອັບການິດສະຖານ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ…

ອຽກລັງປະກາດສະຖານະການສຸກເສີນ ອົບພະຍົບປະຊາຊົນ ຫລັງພູໄຟພົ່ນໄຟ-ລາວາໄຫລອອກມາ

ອຽກລັງປະກາດສະຖານະການສຸກເສີນ ອົບພະຍົບປະຊາຊົນ ຫລັງພູໄຟພົ່ນໄຟ-ລາວາໄຫລອອກມາ

     ອຽກລັງປະກາດສະຖານະການສຸກເສີນ ພ້ອມສັ່ງອົບພະຍົບປະຊາຊົນອອກຈາກເຂດສ່ຽງໄພ ຫລັງພູໄຟຢູ່ເຣກຢາເນສພົ່ນໄຟຂຶ້ນເປັນຄັ້ງທີ 4 ໃນວັນທີ 16 ມີນາ ໂດຍມີຄວັນລອຍຂຶ້ນສູ່ຊັ້ນບັນຍາກາດ, ລາວາໄຫລອອກມາເປັນວົງກວ້າງ ແລະ ສະຫວ່າງເປັນສີສົ້ມແດງທ່າມກາງຄວາມມືດ.     ລາວາໄຫລລົງພື້ນທາງລຸ່ມຢ່າງວ່ອງໄວ ໃກ້ກັບເຂດເມືອງກຣິນດາວິກ ເຮັດໃຫ້ທາງການທ້ອງຖິ່ນເລັ່ງອົບພະຍົບປະຊາຊົນບາງສ່ວນອອກຈາກທີ່ພັກອາໄສຂອງຕົນແລ້ວ ລວມທັງບລູລາກູນ ໜຶ່ງໃນສະຖານທີ່ທ່ອງທ່ຽວຍອດນິຍົມຂອງອຽກລັງຢູ່ຕັ້ງເຂດໃກ້ຄຽງກັນ. ເບື້ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍ.    …

ທ່ານ ປູຕິນຊະນະການເລືອກຕັ້ງປະທານາທິບໍດີສະໄໝທີ 5 ຄະແນນສຽງສູງສຸດໃນປະຫວັດສາດ

ທ່ານ ປູຕິນຊະນະການເລືອກຕັ້ງປະທານາທິບໍດີສະໄໝທີ 5 ຄະແນນສຽງສູງສຸດໃນປະຫວັດສາດ

     ປະທານາທິບໍດີ ວະລາດິເມຍ ປູຕິນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຣັດເຊຍສໍາເລັດໃນວັນທີ 17 ມີນາ ໂດຍໄດ້ຄະແນນສຽງສູງກວ່າ 87 ເຊິ່ງສູງສຸດໃນປະຫວັດສາດການເລືອກຕັ້ງຜູ້ນໍາຣັດເຊຍຫລັງຍຸກສະຫະພາບໂຊວຽດ.      ຜົນການເລືອກຕັ້ງດັ່ງກ່າວເຮັດໃຫ້ທ່ານ ປູຕິນ ອາຍຸ 71 ປີ ຄອງອໍານາດປະທານາທິບໍດີສະໄໝທີ 5 ຕໍ່ອີກໃນວາລະ 6…

ຣັດເຊຍເລີ່ມເປີດຫີບບັດການເລືອກຕັ້ງຂຶ້ນແລ້ວ ແລະ ຄາດວ່າ ທ່ານ ວະລາດີເມຍ ປູຕິນ ຈະໄດ້ຮັບການເລືອກຕັ້ງອີກສະໄໝໜຶ່ງ

ຣັດເຊຍເລີ່ມເປີດຫີບບັດການເລືອກຕັ້ງຂຶ້ນແລ້ວ ແລະ ຄາດວ່າ ທ່ານ ວະລາດີເມຍ ປູຕິນ ຈະໄດ້ຮັບການເລືອກຕັ້ງອີກສະໄໝໜຶ່ງ

ວັນທີ 15 ມີນາ 2024 ສໍານັກຂ່າວຕ່າງປະເທດລາຍງານວ່າ: ປະຊາຊົນຢູ່ເຂດ ຄໍາຊັດກາ ໃນພາກຕາເວັນອອກໄກຂອງຣັດເຊຍ ເປັນບ່ອນທໍາອິດຂອງປະເທດທີ່ປະຊາຊົນໄປໃຊ້ສິດລົງຄະແນນເລືອກຕັ້ງປະທານາທິບໍດີ ເມື່ອເວລາ 08:00 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 15 ເມສາ 2024 (03:00 ໂມງ ຕາມເວລາປະເທດລາວ). ການເລືອກຕັ້ງປະທານາທິບໍດີຣັດເຊຍໄດ້ເປີດ…