ລິເວີພູລ ຢືນຢັນຄວ້າ ໂຊລັນເກ ຈາກ ເຊລຊີ ມາຮ່ວມທີມແລ້ວ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ສະໂມສອນ ລິເວີ ພູລ ຢືນຢັນບັນລຸຂໍ້ຕົກລົງກັບທາງ ໂດມິນິກ ໂຊລັນເກ ກອງໜ້າດາວ ຮຸ່ງຈາກ ເຊລຊີ ເປັນທີ່ຮຽບຮ້ອຍ ແລ້ວ ໂດຍຈະຍ້າຍມາຮ່ວມທີມ ຢ່າງເປັນທາງການໃນວັນທີ 01 ມິຖຸນານີ້ ຫຼັງສັນຍາກັບ ເຊລຊີ ໝົດລົງ.
ຫຼັງກ່ອນໜ້ານີ້ ດາວເຕະອາ ຍຸ 19 ປີ ຕົກເປັນຂ່າວບັນລຸຂໍ້ຕົກ ລົງຍ້າຍມາຍັງຖິ່ນ ແອນຟິລ ໃນ ໄລຍະລະດູການນີ້ ກ່ອນທີ່ຫຼ້າສຸດ ທາງ ລິເວີພູລ ຈະອອກມາຖະ ແຫຼງການຜ່ານທາງເວັບໄຊວ່າ ພວກເຂົາໄດ້ບັນລຸຂໍ້ຕົກລົງກັບນັກເຕະຄົນນີ້ ແລະ ເປີດໂຕຢ່າງເປັນ ທາງການໃນວັນທີ 01 ມິຖຸນານີ້ ເຊິ່ງຄາດກັນວ່າ ລິເວີພູລ ຈະຈ່າຍ ຄ່າຊົດເຊີຍໃຫ້ກັບ ເຊລຊີ ເປັນມູນ ຄ່າ 3 ລ້ານປອນ ເນື່ອງຈາກ ໂຊ ລັນເກ ເປັນນັກເຕະທີ່ກຳລັງພັດ ທະນາ ໂດຍຕາມກົດແລ້ວບໍ່ອະນຸ ຍາດໃຫ້ຍ້າຍໂຕແບບບໍ່ມີຄ່າໂຕ.
ສຳລັບ ໂດມິນິກ ໂຊລັນເກ ເຄີຍລົງຫຼິ້້ນໃຫ້ກັບ ເຊລຊີ ໃນຖາ ນະໂຕສຳຮອງເກມແຊ໊ມປຽນລີກ ໃນປີ 2014 ແລະ ຍິງປະຕູໄດ້ 7 ຈາກ 25 ເກມ ຫຼັງຖືກ ວິດເທສ ອາເນມ ທີມຈາກລີກ ຮອລແລນ ຍືມໂຕໄປໃຊ້ວຽກໃນປີ 2015-16 ຫຼ້າສຸດລາວເອງກຳລັງຢູ່ໃນ ພາລະກິດຊ່ວຍ ທີມຊາດອັງກິດ ລົງແຂ່ງ ຟີຟາ ເວິລຄັບ U-20 ປີ ທີ່ປະເທດ ສ.ເກົາຫຼີ ນຳອີກ ເຊິ່ງ ປັດຈຸບັນ ທີມຊາດອັງກິດ ຊຸດ ນ້ອຍຜ່ານເຂົ້າໄປຫຼິ້ນໃນຮອບ ກ່ອນຮອງຊະນະເລີກແລ້ວ.
ສົ່ງຜົນໃຫ້ ໂດມິນິກ ໂຊລັນ ເກ ຈະເປັນນັກເຕະຄົນທຳອິດ ຂອງ ເຈີເກນ ຄລ໊ອບ ໃນໄລຍະ ລະດູການນີ້.

