ແຂວງສະຫວັນນະເຂດຈະຫັນເອົາ 3 ເມືອງ ເປັນເມືອງກຸ້ມຕົນເອງດ້ານງົບປະມານ

ທ້າຍ​ອາທິດ​ຜ່ານ​ມາ, ພະແນກການເງິນແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການເຮັດທົດລອງຫັນໃຫ້ 3 ເມືອງກຸ້ມຕົນເອງດ້ານງົບປະມານປະຈໍາປີ 2021 ຢູ່​ແຂວງດັ່ງກ່າວ, ​ໂດຍ​ການ​​​ເຂົ້າຮ່ວມຂອງ​ຫົວໜ້າພະແນກການເງິນແຂວງ. ການປຶກສາຫາລືໃນຄັ້ງນີ້ແມ່ນເປັນຄັ້ງທໍາອິດຂອງວຽກງານການເງິນ ກໍຄືການຈັດເກັບລາຍຮັບຂອງແຂວງ ໂດຍໄດ້ກໍານົດເອົາ 3 ເມືອງເປັນເມືອງທົດລອງຄື: ເມືອງອຸທຸມພອນ, ໄຊພູທອງ ແລະ ເມືອງສອງຄອນ. ສາເຫດທີ່ກໍານົດເອົາ 3 ເມືອງນີ້ກໍຍ້ອນວ່າມີລາຍຮັບທີ່ສາມາດກຸ້ມຕົນເອງໄດ້ ຫາກເລີ່ມຫັນມາປະຕິບັດຕົວຈິງ. ພາຍໃນກອງປະຊຸມຈະໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຈັດເກັບລາຍຮັບ ໂດຍຈະໃຫ້ບັນດາພະນັກງານຫ້ອງການການເງິນເມືອງ ເປັນເຈົ້າການ ແລະ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຈັດເກັບລາຍຮັບ ແລະ ຫາກຈັດເກັບແລ້ວຈະມອບໃຫ້ເມືອງດັ່ງກ່າວນໍາງົບປະມານໝູນໃຊ້ໃນການກໍ່ສ້າງພື້ນຖານໂຄງລ່າງ ຫຼື ວຽກງານອື່ນໆ ໂດຍບໍ່ຕ້ອງມອບໃຫ້ພະແນກການເງິນແຂວງ. ສາມາດເວົ້າໄດ້ວ່າ ແມ່ນສິ່ງທ້າທາຍອັນໜຶ່ງທີ່ເຮັດໃຫ້ບັນດາພະນັກງານວິຊາ ການທີ່ກ່ຽວຂ້ອງມີຄວາມຫ້າວຫັນ ແລະ ກະຕືລືລົ້ນເພາະ ຖ້າເກັບບໍ່ໄດ້ຕາມແຜນກໍຈະບໍ່ມີງົບປະມານມາສະໜອງໃຫ້ເມືອງ. ແຕ່ຖ້າຈັດເກັບໄດ້ເກີນຄາດໝາຍ ເມືອງດັ່ງກ່າວຈະມີລາຍຮັບສູງຂຶ້ນ.​