6 ເດືອນຕົ້ນປີ ສ່ວຍສາອາກອນປະຈໍາ ແຂວງຫົວພັນ ເກັບໄດ້ແລ້ວ 20 ຕື້ກວ່າກີບ ຈາກແຜນໝົດປີແມ່ນ 80 ຕື້ກວ່າກີບ

ວັນທີ 9 ມິຖຸນາ 2023 ນີ້ ສ່ວຍສາອາກອນປະຈໍາແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ຢູ່ທີ່ຫ້ອງປະຊຸມພະແນກການເງີນແຂວງຫົວພັນ, ໂດຍມີທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງີນແຂວງຫົວພັນ ພ້ອມດ້ວຍພະນັກງານ – ລັດຖະກອນພາຍໃນສ່ວຍສາອາກອນແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາແຂວງຫົວພັນ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້ານປີ 2023, ສ່ວຍສາອາກອນປະຈໍາແຂວງຫົວພັນ ມີພະນັກງານທັງໝົດ 66 ຄົນ, ຍິງ 16 ຄົນ, ມີ 3 ຂະແໜງການຄື: ຂະແໜງບໍລິຫານ, ຂະແໜງການເງີນ ແລະ ຂະແໜງກວດກາພາຍໃນ, ໃນໄລຍະ 6 ເດືອນຜ່ານມາ 3 ຂະແໜງການດັ່ງກ່າວ ໄດ້ເອົາໃຈໃສ່ເກັບມ້ຽນຮັກສາເອກະສານ ຂາອອກ ແລະ ຂາເຂົ້າ ໄດ້ທັງໝົດ 890 ສະບັບ, ເອົາໃຈໃສ່ຄຸ້ມຄອງພະນັກງານ – ລັດຖະກອນແຕ່ຂັ້ນແຂວງລົງຮອດເມືອງ, ຈັດຊັ້ນ, ຂັ້ນເງີນເດືອນໃຫ້ພະນັກງານ – ລັດຖະກອນ ແລະ ໄດ້ຄັດເລືອກເອົາພະນັກງານຜູ້ທີ່ມີຜົນງານດີເດັ່ນເພື່ອສະເໜີຂັ້ນເທີງຍ້ອງຍໍ, ປະຕິບັດນະໂຍບາຍໃຫ້ພະນັກງານ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບ, ກົດໝາຍວາງອອກ ເປັນແຕ່ລະໄລຍະ, ການປະຕິບັດເກັບລາຍຮັບ 6 ເດືອນຕົ້ນປີ ອາກອນປົກກະຕິຕາມແຜນແມ່ນ 80 ຕື້ 500 ລ້ານກ່ວາກີບ, ປະຕິບັດໄດ້ 20 ຕື້ 500 ລ້ານກ່ວາກີບ, ຄ່າທໍານຽມທາງ ຕາມແຜນ 800 ລ້ານກີບ, ປະຕິບັດໄດ້ 400 ລ້ານກ່ວາກີບ, ຄ່າທໍານຽມອື່ນໆ ຕາມແຜນ 2 ຕື້ກ່ວາກີບ, ປະຕິບັດໄດ້ 600 ລ້ານກ່ວາກີບ, ຄ່າບໍລິການຕາມແຜນ 10 ຕື້ກ່ວາກີບ, ປະຕິບັດໄດ້ 3 ຕື້ກ່ວາກີບ, ລາຍຮັບທີ່ດິນຕາມແຜນ 1 ຕື້ກ່ວາກີບ, ປະຕິບັດໄດ້ 500 ລ້ານກ່ວາກີບ.
ສໍາລັບແຜນການ 6 ເດືອນທ້າຍປີ ຈະສືບຕໍາສືກສາອົບຮົມການເມືອງ – ແນວຄິດ ໃຫ້ພະນັກງານພາຍໃນ ສ່ວຍສາອາກອນແຕ່ຂັ້ນແຂວງ ລົງຮອດເມືອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ອຸ່ນອຽນທຸ່ນທ່ຽງ ເຊື້ອໝັ້ນຕໍ່ການນໍາພາຂອງພັກ – ລັດ ຮັກສາຈັນຍາບັນ, ຈັນຍາທໍາຂອງພະນັກງານ, ເອົາໃຈໃສ່ປະຕິບັດບັນດາໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ຈັດຕັ້ງປະຕິບັດບັນດາຄາດມາຍສູ້ຊົນການເກັບລາຍຮັບໃນ 6 ເດືອນທ້າຍປີ ໃຫ້ໄດ້ຕາມແຜນການ, ໂດຍສະເພາະແມ່ນບັນດາພະແນກການອ້ອມຂ້າງແຂວງ, 10 ເມືອງທົ່ວແຂວງໃຫ້ໄດ້ທັນກໍານົດເວລາ, ສືບຕໍ່ຊຸກຍູ້ ໃຫ້ຜູ້ປະກອບການທຸລະກິດ ແລະ ອົງການປົກຄອງແຕ່ລະຂັ້ນ ແຈ້ງມອບອາກອນດ້ວຍຕົ້ນເອງ ຜ່ານລະບົບອີເລັກໂຕຣນິກ ແລະ ຜ່ານເວັບໄຊໃຫ້ຫຼາຍຂື້ນ.
อาจเป็นรูปภาพของ 6 คน, ผู้คนกำลังอ่านหนังสือ และ ข้อความ