ຮອງນາຍົກລັດຖະມົນຕີ ຊີ້ນຳແຂວງເຊກອງ ຫັນວິກິດ ຈາກການລະບາດພະຍາດໂຄວິດ-19 ເປັນໂອກາດ

ໃນອາທິດຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ນຳໃຫ້ແຂວງເຊກອງ ຫັນວິກິດຈາກສະພາບການລະບາດຂອງພະຍາດໂຄວິດ-19 ມາເປັນໂອກາດ ໂດຍການປັບປຸງພື້ນຖານໂຄງລ່າງທີ່ຕິດພັນກັບການ ທ່ອງທ່ຽວ ແລະ ຊຸກຍູ້ຂະບວນການຜະລິດເປັນສິນຄ້າ.

 

ທ່ານ ສອນໄຊ ສີພັນດອນ ກ່າວເນື່ອງໃນໂອກາດ ເດີນທາງເຂົ້າຮ່ວມພິທີສະເຫລີມສະຫລອງ ແລະ ມອບ-ຮັບໂຄງການກໍ່ສ້າງອະນຸສາວະລີ ພຣະບາດສົມເດັດ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຢູ່ແຂວງອັດຕະປື, ເຊິ່ງແນ່ໃສ່ເພື່ອເຮັດໃຫ້ເສດຖະກິດພາຍໃນແຂວງເຊກອງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ ແລະ ກ້າວສູ່ການຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ ໃນທ່າມກາງສະພາບທີ່ມີຄວາມຫຍຸ້ງຍາກແບບນີ້.

ຜ່ານມາ, ລັດຖະບານ ກໍໄດ້ອອກແຈ້ງການຕ່າງໆໝາຍຄວາມວ່າ ໃຫ້ເອົາໄລຍະການລະບາດຂອງພະຍາດໂຄວິດ-19 ນີ້ເປັນໂອກາດ ໃນການປັບປຸງພື້ນຖານໂຄງລ່າງໂຄງການທ່ອງທ່ຽວຕ່າງໆ ໂດຍປະ ຕິບັດຕາມຄຳຂວັນ “ລາວທ່ຽວລາວ” ເພື່ອສ້າງໃຫ້ມີຊື່ສຽງ ແລະ ສ້າງໃຫ້ມີຫລາກຫລາຍກິດຈະກໍາ ແນ່ໃສດຶງດູດນັກທ່ອງທ່ຽວໃຫ້ນັບມື້ນັບຫລາຍຂຶ້ນ ເນື່ອງຈາກວ່າເສັ້ນທາງຕ່າງໆ ແມ່ນໄດ້ອຳນວຍຄວາມສະດວກຫລາຍແລ້ວ. ພ້ອມດຽວກັນນັ້ນ, ກໍໃຫ້ເອົາໃຈໃສ່ສືບຕໍ່ຊຸກຍູ້ຂະບວນການຜະລິດເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ແນໃສ່ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ກັບປະຊາຊົນ ເນື່ອງຈາກວ່າ ໄລຍະຜ່ານມາ ຕົວເລກສົ່ງອອກສິນຄ້າແມ່ນໜ້ອຍກວ່າ ຕົວເລກນຳເຂົ້າ ເຊິ່ງເຮັດໃຫ້ແຂວງຕ້ອງຂາດດຸນການຄ້າ.

ຄຽງຄູ່ກັນນັ້ນ, ກໍໃຫ້ປຸກລະດົມສັງຄົມຫັນມາຊົມໃຊ້ສິນຄ້າ ແລະ ຜະລິດຕະພັນຂອງລາວເຮົາເອງ ແຕ່ກໍຕ້ອງເນັ້ນໃຫ້ຜູ້ຜະລິດ ຕ້ອງປັບປຸງ, ຍົກລະດັບມາດຕະຖານ ແລະ ຄຸນນະພາບຂອງສິນຄ້າ ແລະ ຜະລິດຕະພັນໃຫ້ທຽບເທົ່າກັບສາກົນ, ພ້ອມທັງຈັດຕັ້ງການຜະລິດເປັນກຸ່ມ ເພື່ອເຮັດໃຫ້ຂະບວນການຜະ ລິດຂອງປະຊາຊົນມີຄວາມຍືນຍົງ.

ປີ 2020, ແຂວງເຊກອງ ສົ່ງອອກສິນຄ້າທັງໝົດ 21,49 ໂດລາສະຫະລັດ ທຽບໃສ່ແຜນປີປະ ຕິບັດໄດ້ 83,29%, ເຊິ່ງສ່ວນໃຫຍ່ເປັນຜະລິດຕະພັນກະສິກຳ ອັນທີ່ພົ້ນເດັ່ນແມ່ນ ແປ້ງມັນຕົ້ນ, ນ້ຳຕານສະອາດ, ກາເຟອໍແກນນິກ, ພືດຜັກ, ຊີ້ນ ແລະ ປາ.