ກັກຕົວຊາຍໜຸ່ມ 2 ຄົນ ພ້ອມຢາບ້າ 1,800,000 ເມັດ ຊຸກເຊື່ອງຢູ່ລົດ 6 ລໍ້
ປກສ ແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 18 ກັນຍາ 2025 ເວລາປະມານ 17:00 ໂມງເຈົ້າໜ້າທີ່ປະຈໍາຈຸດ ກວດກາປ້ອມ ຄົກຫລວງ ໄດ້ກວດລົດ 6 ລໍ້ ສີຂາວ ຍີ່ຫໍ້ JMC ປ້າຍທະບຽນ ວກ 3154 ຫລວງພະບາງ ປ້າຍທຸລະກິດ ຂັບຂີ່ມາແຕ່ ບ້ານຫ້ວຍຊາຍນ້ອຍ ມຸ່ງໜ້າໄປເມືອງປາກທາ ແຂວງບໍແກ້ວ.
ຜູ້ຂັບຂີ່ຊື່ທ້າວ ເມັ່ງວື ອາຍຸ 25 ປີ ຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ທ້າວ ວິຈະ ອາຍຸ 20 ປີ ຢູ່ບ້ານກໍ່ນອດ ເມືອງໂພນທອງ ແຂວງຫລວງພະບາງ.
ຜ່ານການກວດຄົ້ນພົບເຫັນ ຢາເສບຕິດ ປະເພດຢາບ້າ ຈໍານວນ 900 ມັດ ໄດ້ຊຸກເຊື່ອງໄວ້ໃນຖັງນໍ້າ ແລະ ຂ້າງປະຕູລົດ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວ ພ້ອມຂອງກາງມອບໃຫ້ເຈົ້າໜ້າທີ່ ພະແນກຕໍາຫລວດ ແລະ ສະກັດກັ້ນຕ້ານຢາເສບຕິດ ເພື່ອດໍາເນີນການສືບສວນສອບສວນ.
ຂອງກາງທີ່ເຈົ້າໜ້າທີ່ຢືດໄວ້ມີຢາບ້າ 900 ມັດ ເທົ່າກັບ 1,800,000 ເມັດ, ໂທລະສັບມືຖື 2 ໜ່ວຍ, ເງິນສົດ 500,000 ກີບ ແລະ ລົດ 6 ລໍ້ ສີຂາວ 1 ຄັນ. ປັດຈຸບັນ ເຈົ້າໜ້າທີ່ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ພວມດໍາເນີນການສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການຕໍ່ໄປ.

