ໄບເດັນ ປະກາດ”ເຮົາກຳລັງຈະຊະນະ”

ແຫຼ່ງຂ່າວ ເບຣກນິວ ລາຍງານເມື່ອວັນທີ 7 ພະຈິກນີ້ວ່າ ທາ່ນໂຈໄບເດັນ ຜູ້ສະໝັກຈາກພັກເດໂມແຄຣດ ປະກາດແລ້ວ ໂດຍບອກວ່າ ເຖິງແມ່ນຍັງບໍ່ທັນມີການປະກາດໄຊຊະນະຢ່າງເປັນທາງການກໍຕາມ ແຕ່ຄະແນນຊັດເຈນ ແລະ ໜ້າເຊື່ອວ່າ ພັກເດໂມແຄຣດ ຈະຊະນະການເລືອກຕັ້ງຄັ້ງນີ້ແນ່ນອນ ພາຍຫຼັງ ໄບເດັນ ພິກແຊງຄະແນນ ທຣຳ ຈາກສອງລັດທີ່ເປັນລັດສະໝໍລະພູມ ສູສີກັນມາເປັນເວລາຫຼາຍວັນທີ່ຜ່ານມາ ເຊັ່ນ ລັດ ເພັນຊີລເວເນຍ ແລະ ຈໍເຈຍ.