ຮອງປະທານາທິບໍດີສະຫະລັດ ຈະປະຕິບັດໄລຍະຫ່າງກັບ ທຣຳ

ໂດຍ: ລູກເມືອງພວນ
ຮອງປະທານາທິບໍດີ ສະຫະລັດອາເມລິກາ Mike Pence ໄດ້ຕັດສິນໃຈປະຕິບັດໄລຍະຫ່າງກັບ ທຣຳ ເປັນຊົ່ວໄລຍະໜຶ່ງກ່ອນ ເພາະໂຄສົກສ່ວນຕົວຂອງທ່ານ ທຣຳ ຕິດເຊື້ອພະຍາດໂຄວິດ-19.
ເລຂາທິການໜັງສືພິມຂອງທຳນຽບຂາວ Kayleigh McEnany ໃຫ້ຮູ້ວ່າ: “ນັ້ນຄືການຕັດສິນໃຈຂອງທ່ານເອງ. ການປະຕິບັດໄລຍະຫ່າງຈັກມື້ຈັກວັນກັບປະທານາທິບໍດີນັ້ນ ແມ່ນຂຶ້ນຢູ່ກັບຮອງປະທານາທິບໍດີເອງ”. ທຣຳ ເວົ້າວ່າ: “ທ່ານ Mike ກວດເຊື້ອເປັນປະຈຳ”.
ວັນທີ 11 ພຶດສະພາ, ຫ້ອງການຄຸ້ມຄອງບໍລິຫານທຳນຽບຂາວ ຮຽກຮ້ອງໃຫ້ພະນັກງານໃນທຳນຽບໃສ່ໜ້າກາກອານາໄມ, ພ້ອມທັງໃຫ້ປະຕິບັດໄລຍະຫ່າງ, ເວັ້ນເສຍແຕ່ທ່ານ ທຣຳ ຄົນດຽວທີ່ຈະບໍ່ປະຕິບັດ ເພາະເຂົາຈະບໍ່ຍອມໃສ່ໜ້າກາກອານາໄມ.
ຂະນະນີ້, ສະຫະລັດມີຜູ້ຕິດເຊື້ອທັງໝົດ 1,4 ຄົນ ແລະ ມີຫຼາຍກວ່າ 83.000 ຄົນເສຍຊີວິດ.

