ທີມຟຸດຊໍ ນະຄອນຫຼວງ ເຂົ້າ່ວມແຂ່ງຂັນ Futsal ຊີງແຊ໊ມສະໂມສອນ ອາຊຽນ

ໃນຕອນເຊົ້າຂອງມື້ນີ້ ວັນທີ 1 ກໍລະກົດ 2017 ຄະນະຄູເຝິກ ແລະ ນັກກິລາ Futsal ສະໂມ ສອນ ນະຄອນຫຼວງ ນຳທີມໂດຍ ທ່ານ ວຽງສະຫວັນ ແສງຈັນ ຜູ້ ຈັດການທີມ, ທ່ານ ສີສະເຫວີຍ ໄຊຊະນະສີ ຫົວໜ້າຄູເຝິກ ແລະ ທ່ານ ພຸດດາມອນ ຈັນທະລາສີ ຜູ້ຊ່ວຍຄູເຝິກ ແລະ ນັກກິລາ 12 ຄົນ ໄດ້ອອກເດີນທາງໃນຕອນ ເຊົ້າເພື່ອເຂົ້າຮ່ວມການແຂ່ງຂັນ Futsal ຊີງແຊ໊ມສະໂມສອນ ອາ ຊຽນ ທີ່ບາງກອກ ປະເທດໄທ ໃນ ລະຫວ່າງວັນທີ 3-9 ກໍລະກົດ 2017 ຈາກການໃຫ້ສຳພາດ ຂອງ ທ່ານ ພຸດດາມອນ ໄດ້ໃຫ້ຮູ້ ວ່າທາງສະໂມສອນ ນະຄອນ ຫຼວງ ຢູ່ໃນກຸ່ມ B ຮ່ວມກັບທີມ East Coat Heat FC (ອອສ ເຕຣເລຍ), Sana Khan Hoa Fc (ຫວຽດນາມ) ແລະ Mela ka united (ມາເລເຊຍ). ໂດຍ ມີຄິວລົງແຂ່ງຂັນນັດທຳອິດໃນ ວັນທີ 03/07/2017 ຈະພົບກັບ East Coat Heat FC. ໃນປີ 2016 ທີມທີ່ເປັນໂຕແທນຈາກ ລາວເຂົ້າຮ່ວມການແຂ່ງຂັນລາຍການນີ້ໄດ້ແກ່ ສະໂມສອນ ລ້ານ ຊ້າງ ຢູໄນເຕັດ.
ຂ່າວຈາກ:laosportnews.com.

