ເມນູພິດສະດານໄຂ່ຍ່ຽວຄົນ

ໃນຜ່ານມາເຮົາໄດ້ຍິນແຕ່ “ໄຂຍ່ຽວມ້າ” ແຕ່ມັນບໍ່ໄດ້ເຮັດມາຈາກຍ່ຽວມ້າທີ່ແທ້ຈິງ, ແຕ່ເມນູພິດສະດານໄຂ່ຍ່ຽວຄົນ, ໂດຍການນຳເອົາໄຂ່ມາຕົ້ມໃສ່ກັບຍ່ຽວຂອງເດັກນ້ອຍແທ້ໆ.
+ ເມນູແມງໄມ້ພວມໄດ້ຮັບຄວາມນິຍົມຢູ່ອົດສະຕຣາລີ
+ ນັກວິທະຍາສາດຊີ້ເມນູເລືອດໝູດິບ ຂອງຫວຽດນາມສ່ຽງເປັນພະຍາດ
ໂດຍພໍ່ຄົວຄົນຈີນຜູ້ໜຶ່ງມີຊື່ ວ່າ: Lu Ming. ຢູ່ເມືອງດົງຢາງ ທາງຕາເວັນອອກຂອງປະເທດຈີນ ແລະ ໄດ້ກາຍເປັນອາຫານເດັດໆສຳລັບປະຊາຊົນເຂດນີ້, ພໍ ຄົວ Lu Ming ເວົ້າວ່າ: ເມນູຕົ້ມ ໄຂ່ໃສ່ກັບຍ່ຽວເດັກນ້ອຍຊາຍ, ເປັນເຍື້ອງອາຫານໜຶ່ງທີ່ໄດ້ສືບທອດກັນມາປະມານພັນປີແລ້ວ, ເນື່ອງຈາກໄຂ່ເດັດໆນີ້ມັນມີ ຄວາມໝາຍສຳຄັນຫລາຍສຳລັບຊາວຈີນ ທັງລົດຊາດ ແລະ ຄຸນຄ່າທາງໂພສະນາການສູງ, ດັ່ງນັ້ນໃນປີ 2008 ເມືອງດົງຢາງ ຈິ່ງໄດ້ປະກາດໃຫ້ເປັນເມນູ ອາຫານເອກະລັກຂອງເມືອງ ພ້ອມໄດ້ເຊີນຊວນໃຫ້ຜູ້ຄົນທົ່ວໂລກ ມາຮ່ວມຊິມເມນູນອາຫານດັ່ງກ່າວໄດ້.
ພໍ່ຄົວ Lu Ming ບອກວ່າ: ຍ່ຽວຂອງເດັກນ້ອຍທີ່ເອົາມາຕົ້ມໄຂ່ນັ້ນສ່ວນຫລາຍແມ່ນເອົາມາຈາກໂຮງຮຽນຕ່າງໆໃນທ້ອງຖິ່ນ. ໂດຍໃຫ້ເດັກນ້ອຍຍ່ຽວໃສ່ຊາມແລ້ວ ກໍເກັບທ້ອນ ໂຮມມາຕົ້ມການຕົ້ມໄຂ່ຈະມີສອງຂັ້ນຕອນ, ເຊິ່ງທຳອິດແມ່ນ ຕົ້ມໝົດໜ່ວຍໃຫ້ສຸກດີແລ້ວເອົາມາບອກ ເປືອກແລ້ວຕົ້ມ ລົງໄປໃນນ້ຳຍ່ຽວດັ່ງກ່າວຈົນໝົດຄືນເພື່ອເຮັດ ໃຫ້ໄຂ່ມີລົດຊາດມັນ ແລະ ແຊບດີ. ພ້ອມເປັນຢາສະ ມຸນໄພປະເພດໜຶ່ງເພື່ອຊ່ວຍໃຫ້ຜູ້ກິນໄຂ່ດັ່ງກ່າວບໍ່ມັກເຈັບປວດຕົນໂຕພ້ອມຍັງຊ່ວຍໃຫ້ມີສະມາທິດີຂຶ້ນກວ່າປົກກະຕິ.


