ພະສົງເມືອງຊຽງເງິນມອບເຄື່ອງຊ່ວຍເຫລືອນັກຮຽນຜູ້ດ້ອຍໂອກາດ

ວັນທີ 3 ພຶດສະພານີ້, ຢູ່ທີ່ເດີ່ນໂຮງຮຽນມັດທະຍົມສົມບູນຊຽງເງິນ,ໄດ້ມີພິທີ ມອບ-ຮັບເຄື່ອງຊ່ວຍເຫຼືອ ຂອງພະອາຈານສົມນຶກ ພັນ ທະວົງ ທີ່ວັດບ້ານປາກແວດ ເມືອງ ຊຽງເງິນ ແຂວງ ຫຼວງ ພະບາງ, ໃຫ້ແກ່ນັກຮຽນ ຜູ້ດ້ອຍໂອກາດຢູ່ໂຮງຮຽນ ມັດທະຍົມສົມບູນຊຽງເງິນ, ໂດຍມີຄະນະສົງຈາກວັດ ບ້ານມູດ ແລະ ວັດບ້ານນາ ຄ່າເຂົ້າຮ່ວມນຳດ້ວຍ.
+ ມອບ-ຮັບອາຄານຮຽນ ວົງວິຈິດ ບັນດິດວິທະຍາ
+ ມອບເຄື່ອງຊ່ວຍເຫລືອບ້ານຈຸດສຸມນ້ຳສຽມ2018
ໃນໂອກາດດັ່ງກ່າວ ພະ ອາຈານສົມນຶກ ພັນທະວົງ ໄດ້ມອບເງິນສົດຈຳນວນ 1ລ້ານກີບໃຫ້ແກ່ທ່ານ ສີ ອານຸສັກ ຮອງອຳນວຍ ການໂຮງຮຽນມັດທະຍົມສົມບູນຊຽງເງິນ, ເພື່ອປະ ກອບສ່ວນປົວແປງຫຼັງ ຄາໂຮງຮຽນທີ່ຖືກເປ່ເພ ຍ້ອນລົມພະຍຸ ຄັ້ງວັນທີ 25 ເມສາຜ່ານມາ ແລະ ມອບເສື້ອ ແບບຊາວໜຸ່ມ ຈຳນວນ 545 ຜືນມູນຄ່າ 27.250.000 ກີບໃຫ້ແກ່ ນັກຮຽນຜູ້ດ້ອຍໂອກາດ ທີ່ເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ, ເພື່ອຊ່ວຍແບ່ງເບົາພາລະ ໃຊ້ຈ່າຍຂອງຜູ້ປົກຄອງ ເດັກທີ່ມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ./.

