ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 6 ຕຸລາ 2020

- ມີການມອບລາງວັນໂນເບລສາຂາຟີຊິກໃຫ້ Roger Penrose ສຳລັບການຄົ້ນພົບວ່າ ການກໍ່ຕົວຂອງຂຸມດຳນັ້ນເປັນໄປຕາມ “ການທວາຍທີ່ແຂງແກ່ນຂອງທິດສະດີສຳພັນທະພາບທົ່ວໄປ” ແລະ ຍັງມອບໃຫ້ Reinhard Genzel ແລະ Andrea Ghez ສຳລັບການຄົ້ນພົບ “ວັດຖຸຂະໜາດນ້ອຍມວນຍິ່ງຍວດ” ຢູ່ໃຈກາງກາແລັກຊີ່ທາງຊ້າງເຜືອກ.
- ປະທານາທິບໍດີ ໂດນັລ ທຣຳ ໄດ້ອອກຈາກໂຮງໝໍຫລັງຈາກ 3 ຄືນຂອງການປິ່ນປົວ ໂດຍທ່ານຈະກັບໄປເຮັດວຽກຢູ່ທຳນຽບຂາວເພື່ອຮັບການປິ່ນປົວຕໍ່ໄປ.
ແພດຂອງທ່ານກ່າວວ່າ: ທ່ານ ທຣຳ ມີສຸຂະພາບດີຂຶ້ນຕາມເກນມາດຕະຖານສຳລັບການປ່ອຍຕົວອອກຈາກໂຮງໝໍ, ເຖິງວ່າແພດຈະປິ່ນປົວດ້ວຍຢາທີ່ເຂັ້ມຂຸ້ນຜິດປົກກະຕິ ເນື່ອງຈາກທ່ານໄດ້ຮັບຂໍ້ບົ່ງຊີ້ວ່າອາດມີອາການຮຸນແຮງ.
ທ່ານ ທຣຳ ກະຕຸ້ນຊາວອາເມລິກາຄົນອື່ນໆວ່າ: “ຢ່າຢ້ານໄວຣັສ”. ຂະນະທີ່ Kayleigh McEnany ເລຂານຸການຂະແໜງສື່ມວນຊົນຂອງທ່ານ ໄດ້ມີຜົນທົດສອບໃນທາງບວກ ພ້ອມກັບເຈົ້າໜ້າທີ່ອີກ 2 ຄົນຂອງນາງ (ແລະ ນັກຂ່າວອີກ 3 ຄົນ).
- Armenai ແລະ Azerbaijan ໄດ້ມີຂໍ້ກ່າວຫາຕໍ່ກັນເພີ່ມຕື່ມວ່າ ຕ້ອງການເພີ່ມຄວາມຂັດແຍ່ງໃນພື້ນທີ່ Nagorno-Karabakh ກ່ຽວກັບການໂຈມຕີພື້ນທີ່ໃນເຂດພົນລະເຮືອນ.
Jens Stoltenberg ເລຂາທິການຂອງ NATO ໄດ້ເພີ່ມຄຳວິຈານຂອງທ່ານທີ່ຮຽກຮ້ອງໃຫ້ທັງ 2 ຝ່າຍຢຸດສົງຄາມ ເຖິງວ່າປັດຈຸບັນຈະມີຄວາມຄາດຫວັງພຽງເລັກໜ້ອຍ. ຂະນະທີ່ ການຕໍ່ສູ້ຄັ້ງນີ້ຖືເປັນສິ່ງຮຸນແຮງທີ່ສຸດນັບແຕ່ສົງຄາມເຕັມຮູບແບບຂອງທັງ 2 ຝ່າຍໃນຕົ້ນທົດສະວັດ 1990.
- ຜູ້ປະທວ້ງຢູ່ Kyrgyzstan ໄດ້ບຸກອາຄານລັດຖະສະພາຂອງປະເທດ ແລະ ຮຽກຮ້ອງໃຫ້ຍົກເລີກຜົນການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນວັນທີ 4 ຕຸລາຜ່ານມາ ໂດຍຜົນການສຳຫລວດໃນເບື້ອງຕົ້ນພົບວ່າ: ພັກການເມືອງທີ່ໃກ້ຊິດກັບປະທານາທິບໍດີ Sooronbay Jeyenbekov ແລະ ຊົນຊັ້ນສູງຄົນອື່ນໆ ໄດ້ຄອບງຳປະເທດໄປແລ້ວ.
ຜູ້ປະທ້ວງກ່າວວ່າ: ມີການຊື້ຄະແນນສຽງຢ່າງກວ້າງຂວາງ. ຂະນະທີ່ກຸ່ມຜູ້ປະທ້ວງຍັງສາມາດຊ່ວຍເຫລືອ Almazbek Atambayev ອອກຈາກຄຸກໄດ້ ເຊິ່ງທ່ານເປັນອະດີດປະທານາທິບໍດີທີ່ຖືກຕັດສິນວ່າມີຄວາມຜິດຂໍ້ຫາ Corruption.
- ສານແຫ່ງປະເທດ Pakistan ໄດ້ຮຽກຄ່າປັບໄໝຕໍ່ອະດີດປະທານາທິບໍດີ Asif Ali Zardari ກ່ຽວກັບການສໍ້ລາດບັງຫລວງຂອງທ່ານ ໂດຍ Azrdari ໃຫ້ການວ່າ: ທ່ານບໍ່ມີຄວາມຜິດ ແລະ ກ່າວວ່າ: ການດຳເນີນຄະດີຕໍ່ທ່ານມີແຮງຈູງໃຈທາງການເມືອງ.
ພັກຂອງທ່ານກຳລັງກຽມການຊຸມນຸມຕໍ່ຕ້ານ Imran Khan ນາຍົກລັດຖະມົນຕີຄົນປັດຈຸບັນໃນທ້າຍເດືອນນີ້. ຂະນະທີ່ Newaz Sharif ເຊິ່ງເປັນອະດີດນາຍົກລັດຖະມົນຕີຖືກຕັ້ງຂໍ້ຫາວ່າປຸກລະດົມໃຫ້ມີການວິຈານການແຊກແຊງຂອງກອງທັບທະຫານ ໂດຍການສະໜັບສະໜູນຂອງ Khan.
- ສານຍຸຕິທຳເອີຣົບ ໄດ້ຕັດສິນໃຫ້ກົດໝາຍສຳລັບມະຫາວິທະຍາໄລໃນປະເທດຮົງກາລີນັບແຕ່ປີ 2017 ນັ້ນຜິດກົດໝາຍສາກົນ ເນື່ອງຈາກມີການບັງຄັບໃຫ້ມະຫາວິທະຍາໄລ Central European ເຊິ່ງສ້າງຕັ້ງໂດຍ George Soros (ສາຍາຜູ້ໃຈບຸນຊາວຮົງກາລີ-ອາເມລິກາ) ຈໍາເປັນຕ້ອງຍ້າຍກິດຈະກຳຕ່າງໆໄປນອກປະເທດຮົງກາລີ.
ປັດຈຸບັນ Soros ກາຍເປັນບຸກຄົນທີ່ຖືກກຽດຊັງພາຍໃນຮົງກາລີ ເຊິ່ງເປັນສິດທິປະຊານິຍົມ. ຂະນະທີ່ Viktor Orban ນາຍົກລັດຖະມົນຕີຂອງຮົງກາລີ ກ່າວວ່າ: ທ່ານຕ້ອງການໃຊ້ການອົບພະຍົບ ເພື່ອທຳລາຍວັດທະນະທຳດັ້ງເດີມຂອງຮົງກາລີ.
- Bristol-Myers Squibb ບໍລິສັດຢາຍັກໃຫຍ່ຂອງອາເມລິກາ ກ່າວວ່າ: ຈະເຂົ້າຊື້ກິດຈະການຂອງ Myokardia ເຊິ່ງເປັນບໍລິສັດຜູ້ຜະລິດຢາປິ່ນປົວພະຍາດຫົວໃຈ ແລະ ຫລອດເລືອດ ໃນລາຄາ 1,31 ໝື່ນລ້ານໂດລາ ໂດຍພວກເຂົາຕ້ອງການຈະລິດຂະສິດຢາ mavacamten ເຊິ່ງເປັນຢາປິ່ນປົວພະຍາດຫົວໃຈທີ່ມີປະສິດທິພາບດີ.
ພະຍາດຫົວໃຈເປັນສາເຫດການເສຍຊີວິດອັນດັບຕົ້ນໆຂອງໂລກ ໂດຍໃນປີຜ່ານມາ Bristol-Myers Squibb ຍັງໄດ້ເຂົ້າຊື້ກິດຈະການຂອງ Celgene ບໍລິສັດຜູ້ຜະລິດຢາປິ່ນປົວພະຍາດມະເຮັງ ແລະ ພູມຄຸ້ມກັນວິທະຍາ.

