ກາແດງລາວຊ່ວຍເຫລືອສູນຈຳກັດບໍລິເວນປ້ອງກັນໂຄວິດ-19 ຢູ່ ຫລັກ 27

ໃນວັນທີ 5 ຕຸລານີ້, ອົງການກາແດງລາວໄດ້ຊ່ວຍເຫລືອຜູ້ຈໍາກັດບໍລິເວນໂຄວິດ-19 ຢູ່ສູນຫລັກ 27 ນະຄອນຫລວງວຽງຈັນ, ເຊິ່ງພິທີມອບ-ຮັບ ໄດ້ມີຂຶ້ນລະຫວ່າງ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ແລະ ທ່ານ ພັທ ຄຳຟອງ ພູວົງ ຫົວໜ້າສູນຈຳກັດບໍລິເວນຫລັກ 27.
ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ເຂົ້າສານ, ປ໋ອງປາ, ໝີ່, ນໍ້າດື່ມ, ທຽນໄຂ, ກັບໄຟ ແລະ ສະບູ ລວມມູນຄ່າທັງໝົດຫລາຍກວ່າ 58 ລ້ານກີບ, ເພື່ອໃຫ້ຜູ້ຈໍາກັດບໍລິເວນໄດ້ຊົມໃຊ້ພຽງພໍ. ນອກນັ້ນ ຍັງໄດ້ຊ່ວຍເຫລືອສູນຈຳກັດບໍລິເວນໂຄວິດ-19 ຢູ່ແຂວງວຽງຈັນ ຈຳນວນ 230 ຖົງ ລວມມູນຄ່າທັງໝົດເກືອບ 45 ລ້ານກີບ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຊີກວົງເດືອນແດງກາຕ້າ.

