ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນສະພາແນວໂຮມສາມັກຄີພັດທະນາມາຕຸພູມ ກຳປູເຈຍ

ວັນທີ 10 ເມສາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ສົມເດັດ ກິຕິຊັງຮັກ ບານດິດແມນຊໍາອານ ປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມ, ຮອງປະທານພັກ, ທີ່ປຶກສາສູງສຸດຂອງພະຣາຊາ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ ແຕ່ວັນທີ 9-11 ເມສາ 2024 ນີ້.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ ທ່ານ ນາງ ສົມເດັດ ກິຕິຊັງຮັກ ບານດິດແມນຊໍາອານ ທີ່ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງ ລາວ-ກຳປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ແຫ່ງຣາຊະອານາຈັກກຳປູເຈຍ.

ໂອກາດນີ້, ທ່ານ ນາງ ສົມເດັດ ກິຕິຊັງຮັກ ບານດິດແມນຊໍາອານ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ, ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາເຮັດວຽກ ຢູ່ສປປ ລາວ ກໍຄື ຜົນການເຂົ້າຮ່ວມກອງປະ ຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ຕື່ມອີກ.