ໄທເລື່ອນລົງມະຕິແກ້ໄຂລັດຖະທຳມະນູນອອກໄປອີກ 1 ເດືອນ

ລັດຖະສະພາໄທເຫັນພ້ອມເລື່ອນລົງມະຕິຮ່າງແກ້ໄຂລັດຖະທຳມະນູນທັງ 6 ສະບັບ ໂດຍມີມະຕິໃຫ້ຕັ້ງຄະນະກຳມາທິການວິສາມັນ ຈຳນວນ 45 ຄົນ ສຶກສາຮ່າງແກ້ໄຂ ເປັນເວລາ 1 ເດືອນ.
ສຳນັກຂ່າວໄທ ລາຍງານວ່າ: ຫລັງຈາກອະພິປາຍຮ່າງແກ້ໄຂເພີ່ມຕື່ມລັດຖະທຳມະນູນມາ 2 ມື້, ທ່ານ ໄພບູນ ນິຕິຕະວັນ ສສ ບັນຊີລາຍຊື່ພັກພະລັງປະຊາລັດ ສະເໜີຍັດຕິໃຫ້ຕັ້ງຄະນະກຳມາທິການວິສາມັນສຶກສາຮ່າງແກ້ໄຂເພີ່ມຕື່ມລັດຖະທຳມະນູນທັງ 6 ສະບັບ ກ່ອນຮັບຫລັກການແລ້ວກັບມາລົງມະຕິໃນເດືອນພະຈິກ, ແຕ່ ສສ ຝ່າຍຄ້ານ ແລະ ສສ ພັກປະຊາທິປັດ ບໍ່ເຫັນພ້ອມ ແລະ ຍັງອະພິປາຍຄັດຄ້ານ.
ພາຍຫລັງການອະພິປາຍຍ ກອງປະຊຸມຈຶ່ງມີມະຕິໃຫ້ຕັ້ງຄະນະກຳມາທິການວິສາມັນຈຳນວນ 45 ຄົນຂຶ້ນມາສຶກສາຮ່າງແກ້ໄຂເພີ່ມຕື່ມລັດຖະທຳມະນູນທັງ 6 ສະບັບ ເປັນເວລາ 1 ເດືອນ ກ່ອນລົງມະຕິດ້ວຍຄະແນນສຽງ 431 ຕໍ່ 255 ສຽງ, ງົດອອກສຽງ 28 ສຽງ, ບໍ່ລົງຄະແນນ 1 ສຽງ ໂດຍເປັນອັດຕາສ່ວນຝ່າຍລະ 15 ຄົນ.

