ອາເມລິກາຢືນຢັນຂຶ້ນພາສີນຳເຂົ້າສິນຄ້າຈີນ

ອາເມລິກາຢືນຢັນຂຶ້ນພາສີນຳເຂົ້າສິນຄ້າຈາກຈີນ 10 ພຶດສະພານີ້ ເຫດຈີນເຮັດຜິດສັນຍາທີ່ເຄີຍໃຫ້ໄວ້ໃນການເຈລະຈາ, ສ່ວນຈີນຢືນຢັນຈະເຈລະຈາຕໍ່ໄປ ເພື່ອໃຫ້ໄດ້ຮັບຜົນປະໂຫຍດທັງສອງຝ່າຍ.
ລັດຖະບານອາເມລິກາກຽມເພີ່ມພາສີນຳເຂົ້າສິນຄ້າຈາກຈີນ ເຊິ່ງມີມູນຄ່າປະມານ 2 ແສນລ້ານໂດລາສະຫະລັດ ຈາກ 10% ເປັນ 25% ໃນວັນທີ 10 ພຶດສະພານີ້. ທ່ານ ໂຣເບີດ ໄລໄຮເຊີ ຜູ້ແທນການຄ້າອາເມລິກາ ກ່າວວ່າ: ຈີນບໍ່ປະຕິບັດຕາມຂໍ້ຕົກລົງທີ່ໃຫ້ໄວ້ ສົ່ງຜົນໃຫ້ການເຈລະຈາການຄ້າທີ່ດຳເນີນມາຕ້ອງຢຸດສະງັກ ຈຶ່ງເປັນສິ່ງທີ່ຍອມຮັບບໍ່ໄດ້. ຂະນະທີ່ທ່ານ ສະເຕີເວັນ ມານູຊິນ ລັດຖະມົນຕີວ່າການກະຊວງການເງິນອາເມລິກາ ເປີດເຜີຍວ່າ: ຈີນມີທ່າທີປ່ຽນໄປນັບແຕ່ທ້າຍອາທິດຜ່ານມາ, ແຕ່ບໍ່ຮູ້ວ່າເປັນຫຍັງຈີນຈຶ່ງສະແດງທ່າທີດັ່ງກ່າວ.
ສ່ວນໂຄສົກກະຊວງຕ່າງປະເທດຂອງຈີນ ໃຫ້ຂໍ້ມູນວ່າ: ລັດຖະບານຈີນຫວັງຈະໄດ້ຮ່ວມເຮັດວຽກກັບອາເມລິກາ ເພື່ອໃຫ້ການເຈລະຈາບັນລຸຂໍ້ຕົກລົງ ແລະ ໄດ້ຮັບຜົນປະໂຫຍດທັງສອງຝ່າຍບົນພື້ນຖານຂອງຄວາມເຄົາລົບລະຫວ່າງກັນ ໂດຍທ່ານ ຫລິວ ເຫີ ຮອງນາຍົກລັດຖະມົນຕີຂອງຈີນ ຈະຍັງເດີນໜ້າເຈລະຈາການຄ້າກັບອາເມລິກາຕໍ່ໄປໃນວັນທີ 9-10 ພຶດສະພານີ້ ຢູ່ນະຄອນຫລວງວໍຊິງຕັນ.
ເຖິງຢ່າງໃດກໍຕາມ, ລັດຖະບານອາເມລິກາຕ້ອງການໃຫ້ຈີນປ່ຽນແປງນະໂຍບາຍເສດຖະກິດ ໄດ້ແກ່: ການປັບປຸງການຄຸ້ມຄອງຊັບສິນທາງປັນຍາຂອງອາເມລິກາ, ການຍົກເລີກໃຫ້ບໍລິສັດຂອງອາເມລິກາຕ້ອງຖ່າຍໂອນເຕັກໂນໂລຊີໃຫ້ຈີນ ແລະ ຢຸດລັກຂໍ້ມູນການຄ້າຂອງອາເມລິກາ. ນອກຈາກນີ້ ອາເມລິກາຍັງຕ້ອງການໃຫ້ຈີນເປີດຕະຫລາດໃຫ້ທຸລະກິດອາເມລິກາ ແລະ ຊື້ສິນຄ້າຈາກອາເມລິກາເພີ່ມຂຶ້ນນຳອີກ.

