ກຸ່ມນັກລົງທຶນ ສ.ເກົາຫລີ ມອບເຄື່ອງຄອມພິວເຕີ ໃຫ້ແຂວງຈຳປາສັກ

ໃນວັນທີ 22 ກັນຍານີ້, ກຸ່ມນັກລົງທຶນ ສ.ເກົາຫລີ ມີທ່ານ ໂຈນາທານ ຄິມ (Mr Jonathan KIM) ທີ່ປຶກສາບໍລິສັດ ຊໍາອານ (SAM-AN Corpo ration), ທ່ານ ຮົງ ຊອງໂຮ (Mr HONG Jung-O) ຜູ້ປະສານງານອົງການ ເຊມາອຶນ ອຸນດົງ ແຫ່ງ ສ.ເກົາຫລີ (Saemaul Undong of Korea) ປະຈຳ ສປປ ລາວ ແລະ ທ່ານ ຊິມ ຊົງກູ (Mr SHIM Sung-Ku) ປະທານບໍລິສັດ ລາວ ຟາມຮາວສ (Lao Farm House Co., Ltd) ໄດ້ນຳເອົາຄອມພິວເຕີຕັ້ງໂຕະ 20 ເຄື່ອງ, ໂນດບຸກ 5 ເຄື່ອງ ແລະ ເຄື່ອງພິມ ຈຳນວນ 22 ເຄື່ອງ ມາມອບໃຫ້ແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃນວຽກງານມີຄວາມສະດວກດີຂຶ້ນ.
ໃນໂອກາດກ່າວຮັບເຄື່ອງຊ່ວຍເຫລືອດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈຕໍ່ກຸ່ມນັກລົງທຶນ ສ.ເກົາຫລີ ທີ່ໄດ້ປະກອບສ່ວນຊຸກຍູ້ການພັດທະນາວຽກງານຂອງແຂວງດີຂຶ້ນ ແລະ ໄດ້ຕີລາຄາສູງຕໍ່ການມາເຮັດວຽກຂອງສອງຝ່າຍ ລະຫວ່າງຄະນະນັກລົງທຶນ ສ.ເກົາຫລີ ແລະ ພະແນກການກ່ຽວຂ້ອງແຂວງ ເພື່ອພ້ອມກັນສືບຕໍ່ຊຸກຍູ້ແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດຂອງລາວ ໂດຍສະເພາະແມ່ນການຮ່ວມມືຊ່ວຍເຫລືອໃນວຽກງານກະສິກຳ ຕິດພັນກັບການທ່ອງທ່ຽວອະນຸລັກທຳມະຊາດ, ພັດທະນາເມືອງມະຫາວິທະຍາໄລ ແລະ ສຶກສາເຂດອຸດສາຫະກຳ ທີ່ຈະໄດ້ມີການຮ່ວມມືກັນໃນຕໍ່ໜ້າໃຫ້ປາກົດຜົນເປັນຈິງ.

