20 ກິດຈະກຳ ປີທ່ອງທ່ຽວລາວ 2024 ທີ່ແຂວງວຽງຈັນ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ

ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ໃຫ້ສໍາພາດວ່າ:
ສໍາລັບ 2 ກິດຈະກໍາລະດັບຊາດ ລວມມີ: ງານບຸນກິນຈຽງເຜົ່າມົ້ງ ບ້ານຫຼັກ 52 ເມືອງໂພນໂຮງ ແລະ ງານເປີດແຫລ່ງທ່ອງທ່ຽວ ໜ້າເຂື່ອນນ້ຳງື່ມ 1 ເມືອງແກ້ວອຸດົມ.
6 ກິດຈະກຳລະດັບແຂວງ ລວມມີ:
ເທສະການໝາກຂາມຫວານ ເມືອງຊະນະຄາມ, ບຸນພະທາດດອນແກ້ວ ເມືອງໂພນໂຮງ, ແຫ່ນາງສັງຂານເມືອງວັງວຽງ, ເທສະການໝາກກ້ຽງຫວານ ເມືອງວັງວຽງ, ເທສະການ ສາມໝື່ນຕູບເຟືອງ ແລະ ບຸນຊ່ວງເຮືອບ້ານເກິນ ເມືອງທຸລະຄົມ.
ສໍາລັບ 12 ກິດຈະກຳລະດັບເມືອງ ແມ່ນຕິດພັນກັບບຸນປະເພນີທີ່ໂດນເດັ່ນ ເປັນຕົ້ນແມ່ນ: ບຸນແຫ່ຜາສາດເຜິ້ງບ້ານແກ້ວກູ່, ບຸນກິນຈຽງ, ບຸນເກີຼ, ບຸນນະມັດສະການພະທາດມາຫລ້າ, ເທສະການດົນຕີວັງວຽງເຟສ, ບຸນບັ້ງໄຟ ແລະ ບຸນປະເພນີອື່ນໆ.

