ມຽນມາສ້າງສະຖິຕິໃໝ່ ຕິດໂຄວິດ-19 ສູງເຖິງ 307 ຄົນໃນມື້ດຽວ ຕິດເຊື້ອສະສົມເກີນ 29,7 ລ້ານຄົນທົ່ວໂລກ

ໃນວັນທີ 15 ກັນຍານີ້, ທາງການມຽນມາລາຍງານພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 307 ຄົນໃນມື້ດຽວ ສູງສຸດນັບແຕ່ມີການລະບາດໃນປະເທດເດືອນມີນາຜ່ານມາ ຫລັງມຽນມາກຳລັງຜະເຊີນການລະບາດຮອບໃໝ່ ເບື້ອງຕົ້ນຍັງບໍ່ມີການລະບຸເຖິງຕົ້ນຕໍ ຫລື ກຸ່ມກ້ອນຂອງການແຜ່ລະບາດ ໂດຍພື້ນທີ່ມີຜູ້ຕິດເຊື້ອສະສົມຫລາຍທີ່ສຸດຢູ່ມຽນມາຄືຢາງກຸ້ງອະດີດເມືອງຫລວງ ແລະ ເມືອງທ່າທີ່ສຳຄັນຂອງລັດຣະຄາຍ.
ຈາກຈຳນວນຜູ້ຕິດເຊື້ອສະສົມ 882 ຄົນໃນວັນທີ 31 ສິງຫາຜ່ານມາ ເພີ່ມເປັນ 3.502 ຄົນ ຫລື ເພີ່ມກວ່າ 3 ເທົ່າໃນໄລຍະ 2 ອາທິດຜ່ານມາ ໂດຍທາງການມຽນມາໄດ້ເລັ່ງສ້າງພື້ນທີ່ກັກຕົວແຫ່ງໃໝ່ຢູ່ບໍລິເວນສະໜາມບານເຕະແຫ່ງໜຶ່ງໃນຢາງກຸ້ງເພີ່ມແລ້ວ ເພື່ອຮັບມືຈຳນວນຜູ້ຕິດເຊື້ອໃໝ່ທີ່ຄາດວ່າຈະສູງຂຶ້ນອີກໃນອະນາຄົດ. ນອກຈາກມຽນມາແລ້ວ ຟີລິບປິນ ແລະ ອິນໂດເນເຊຍຍັງເປັນປະເທດໃກ້ຄຽງໃນພາກພື້ນອາຊຽນທີ່ກຳລັງຜະເຊີນການລະບາດຢ່າງໜັກໃນເວລານີ້.
ຫລ້າສຸດການແຜ່ລະບາດຂອງໂຄວິດ-19 ຜ່ານມາດົນກວ່າ 8 ເດືອນແລ້ວ ທົ່ວໂລກມີຜູ້ຕິດເຊື້ອສະສົມເກີນ 29,7 ລ້ານຄົນແລ້ວ (29.714.695 ຄົນ), ປິ່ນປົວຫາຍ 21,5 ລ້ານກວ່າຄົນ (21.522.606 ຄົນ) ຫລື 2 ໃນ 3 ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 938.388 ຄົນ ອັດຕາການເສຍຊີວິດປະມານ 3,2% ໂດຍພົບຜູ້ຕິດເຊື້ອເພີ່ມເກີນມື້ລະ 1 ແສນຄົນຕິດຕໍ່ກັນເຖິງ 112 ມື້ ນັບແຕ່ວັນທີ 27 ພຶດສະພາຜ່ານມາ.
ອາເມລິກາຍັງເປັນປະເທດທີ່ພົບຜູ້ຕິດເຊື້ອສະສົມຫລາຍທີ່ສຸດໃນໂລກ (6.787.640 ຄົນ), ຂະນະທີ່ອິນເດຍຢູ່ອັນດັບສອງ (5.018.034 ຄົນ) ມີຜູ້ຕິດເຊື້ອເພີ່ມ 91.120 ຄົນ, ຕໍ່ມາແມ່ນເບຣຊິນ (4.384.299 ຄົນ), ຣັດເຊຍ (1.073.849 ຄົນ) ແລະ ເປຣູ (738.020 ຄົນ) ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 181 ຈາກ 193 ປະເທດທົ່ວໂລກ ມີພຽງມາເກົາ, ເກຣນາດາ, ເຊນຄິດ ແລະ ເນວິສ ແລະ ນະຄອນລັດວາຕິກັນເທົ່ານັ້ນທີ່ຜູ້ຕິດເຊື້ອໂຄວິດ-19 ທັງໝົດຫາຍດີ ແລະ ຍັງບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມ.

