ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 12 ກັນຍາ 2020

- ເຈົ້າເມືອງ Portland ໄດ້ປະກາດສະຖານະການສຸກເສີນເມື່ອໄຟໄໝ້ປ່າລຸກລາມໃກ້ເຂົ້າມາໃນເຂດຊານເມືອງ ເຮັດໃຫ້ຜູ້ຢູ່ອາໄສໄດ້ຮັບຄຳສັ່ງໃຫ້ກຽມພ້ອມຈະອົບພະຍົບອອກໄປ.
ປະຊາຊົນຫລາຍກວ່າ 500.000 ຄົນໃນລັດ Oregon ໄດ້ຮັບຄຳສັ່ງໃຫ້ອົບພະຍົບອອກທ່າມກາງລະດູການແຫ່ງໄຟໄໝ້ປ່າຮ້າຍແຮງທີ່ສຸດຄັ້ງໜຶ່ງໃນປະຫວັດສາດຂອງອາເມລິກາ ໂດຍຄວາມເສຍຫາຍໃນປັດຈຸບັນໄດ້ຄວບຄຸມເນື້ອທີ່ຫລາຍກວ່າ 16.187 ກິໂລຕາແມັດ ໃນລະຫວ່າງລັດ California, Oregon ແລະ Washington.
- ປະເທດ Bahrain ໄດ້ຕົກລົງຈະສານຕໍ່ການພົວພັນກັບອິດສະລາແອນ ເຊິ່ງເປັນໄປຕາມການເຄື່ອນໄຫວທີ່ຄືກັນຂອງສະຫະລັດອາຣັບເອມິເຣດ (UAE) ໃນເດືອນຜ່ານມາ.
ທັງໝົດນີ້ ເກີດຂຶ້ນໃນຂະນະທີ່ຝ່າຍບໍລິຫານຂອງ ທຣຳ ກຳລັງຊຸກຍູ້ໃຫ້ລວມອິດສະລາແອນເຂົ້າກັບຕາເວັນອອກກາງ ທ່າມກາງຄວາມຢ້ານກົວທີ່ເພີ່ມຂຶ້ນກ່ຽວກັບໄພຄຸກຄາມໃນພາກພື້ນຈາກອີຣານ ເຖິງວ່າຊາວປາແລັສຕິນຈະຍັງກັງວົນວ່າການເຄື່ອນໄຫວດັ່ງກ່າວຖືເປັນອີກບາດກ້າວໜຶ່ງຂອງການພາກຄວາມເປັນລັດອິດສະລະຂອງພວກເຂົາ.
- ຈີນ ແລະ ອິນເດຍ ໄດ້ບັນລຸຂໍ້ຕົກລົງຈະຖອນກຳລັງທະຫານອອກຈາກບໍລິເວນຊາຍແດນພູເຂົາຫິມະໄລອີກ ເຊິ່ງຖືເປັນເວລາຫລາຍເດືອນທີ່ທັງ 2 ຖືກຂັງຢູ່ໃນສະພາບເຄັ່ງຕຶງ ໂດຍໃນວັນທີ 7 ກັນຍາຜ່ານມາ ໄດ້ມີການຍິງປືນເກີດຂຶ້ນຕາມເຂດແດນທີ່ມີຂໍ້ຂັດແຍ່ງກັນຢູ່ເປັນຄັ້ງທຳອິດໃນຮອບ 45 ປີ. ຂະນະທີ່ຖະແຫລງການຮ່ວມຂອງທັງ 2 ຝ່າຍກ່າວວ່າ ພວກເຂົາຈະດຳເນີນການເພື່ອບັນເທົາຄວາມເຄັ່ງຕຶງໂດຍໄວ.
- ອັງກິດໄດ້ລົງນາມໃນຂໍ້ຕົກລົງການຄ້າຄັ້ງໃຫຍ່ຄັ້ງທຳອິດກັບຍີ່ປຸ່ນໃນໄລຍະຫລັງ Brexit ໂດຍ Liz Truss ລັດຖະມົນຕີກະຊວງການຄ້າສາກົນ ກ່າວວ່າ ສາມາດກະຕຸ້ນການຄ້າລະຫວ່າງສອງປະເທດໄດ້ເຖິງ 15.000 ລ້ານປອນ (19,2 ພັນລ້ານໂດລາ) ຂໍ້ຕົກລົງດັ່ງກ່າວຍັງບໍ່ໄດ້ຮັບການຮັບຮອງຈາກລັດຖະສະພາຂອງຍີ່ປຸ່ນ. ຜູ້ນຳທຸລະກິດຂອງອັງກິດຍິນດີກັບຂໍ້ຕົກລົງນີ້ ແຕ່ເນັ້ນວ່າການເຮັດຂໍ້ຕົກລົງທາງການຄ້າກັບສະຫະພາບເອີຣົບເປັນເລື່ອງສຳຄັນກວ່າ.
- ລັດຖະບານຂອງປະເທດໂຄລອມເບຍກ່າວວ່າ 11 ຄົນເສຍຊີວິດ ແລະ ອີກຫລາຍຮ້ອຍຄົນໄດ້ຮັບບາດເຈັບໃນ 2 ຄືນຂອງການປະທ້ວງຕໍ່ຕ້ານຄວາມໂຫດຮ້າຍຂອງຕຳຫລວດທີ່ເລີ່ມຕົ້ນໃນເມືອງຫລວງ Bogota ໃນວັນທີ 9 ກັນຍາຜ່ານມາ.
ຜູ້ປະທ້ວງພາກັນແຫ່ຂະບວນໄປຕາມຖະໜົນຫລັງຈາກມີວິດີໂອປາກົດໃຫ້ເຫັນວ່າ ຕຳຫລວດໄດ້ຍິງປືນຊ໋ອດໄຟຟ້າໃສ່ Javier Ordonez ຊາຍໄວ 46 ປີຊ້ຳແລ້ວຊ້ຳອີກໃນຂະນະເຕັງລາວໄວ້ກັບພື້ນ ຈົນເຮັດໃຫ້ Ordonez ເສຍຊີວິດຢູ່ໂຮງໝໍໃນເວລາຕໍ່ມາ.
- ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍ ຖືກບັງຄັບໃຫ້ອອກຖະແຫລງການຂໍໂທດ ຕໍ່ Aleksandar Vucic ປະທານາທິບໍດີຂອງປະເທດເຊີເບຍ ເຊິ່ງຖືເປັນໂອກາດທີ່ຫາເບິ່ງໄດ້ຍາກ ຫລັງຈາກ Maria Zakharova ໂຄສົກຍິງຂອງຣັດເຊຍໂພສພາບຫຍາບຄາຍຂອງຜູ້ນຳໃນພາກພື້ນ Balkan ທາງອອນລາຍ.
ໃນຕົ້ນເດືອນຜ່ານມາ Zakharova ໄດ້ແຊພາບຂອງ Vucic ຢູ່ທຳນຽບຂາວ ໂດຍມີຮູບຂາຂອງ Sharon Stone ນັກສະແດງຈາກຮູບເງົາເລື່ອງ Basic Instinct ຢູ່ຂ້າງໃຕ້ທ່ານ.
- Rieli Franciscato ຜູ້ຊ່ຽວຊານຊາວເບຣຊິນກ່ຽວກັບຊົນເຜົ່າທີ່ໂດດເດັ່ນໃນອາເມຊອນ ໄດ້ຖືກລູກທະນູສັງຫານໃນຂະນະທີ່ລາວເຂົ້າໄປໃກ້ພື້ນທີ່ຂອງຊົນພື້ນເມືອງທີ່ຢູ່ຫ່າງໄກທາງຕາເວັນຕົກສຽງເໜືອຂອງປະເທດ.
ໃນຕອນທີ່ເສຍຊີວິດນັ້ນ ລາວກຳລັງເຮັດວຽກໃຫ້ Funai ເຊິ່ງເປັນໜ່ວຍງານພື້ນເມືອງຂອງເບຣຊິນ ແລະ ລາວໄດ້ໃຊ້ຊີວິດໃນການເຮັດວຽກເພື່ອປົກປ້ອງຊົນພື້ນເມືອງຂອງເບຣຊິນມາຕະຫລອດ.

