ສະປິດ ຄວ້າແຊ໊ມກ໊ອຟ ທຣາເວລເລີ ແຊ໊ມປຽນຊິບ

ການແຂ່ງຂັນກ໊ອຟ ພີຈີເອ ທົວ ລາຍການ ທຣາເວລເລີ ແຊ໊ມ ປຽນຊິບ ຊີງເງິນລາງວັນລວມ 6.8 ລ້ານໂດລາ ສະຫະລັດ ທີ່ສະ ໜາມທີພີຊີ ຣິເວີ ໄຮແລນ ພາ 70 ໃນເມືອງຄຣອມເວລ ລັດຄອນ ເນເນກຕິກັດ ສະຫະລັດ ອາເມຣິ ກາ ຫຼັງຈົບຮອບສຸດທ້າຍ ຈໍແດນ ສະປິດ ຈາກ ເທັກຊັສ ເຈົ້າຂອງ ແຊ໊ມ 2 ເມເຈີ ທີ່ ອອສຕາ ຈາກ ຕຳແໜ່ງຜູ້ນຳເຮັດໄດ້ພຽງອີເວນພາ 70 ຈົບທີ່ຄະແນນລວມ 12 ອັນເດີພາ 268 ຄະແນນ ເທົ່າກັບ ດານຽລ ແບເກີ ໝູ່ຮ່ວມຊາດ ຈຶ່ງ ຕ້ອງແຂ່ງເພລອອຟຫາຜູ້ຊະນະທີ່ຂຸມ 18 ແລະ ກໍເປັນ ສະປິດ ທີ່ເອົາ ຊະນະຈາກບັງເກີລົງຂຸມເປັນເບີດີ້ຄວ້າແຊ໊ມພີຈີເອທົວ ເປັນລາຍ ການທີ 10 ນອກຈາກນນີ້ໃນອາ ຍຸ 23 ປີ ຍັງກາຍເປັນຜູ້ຫຼິ້ນອາຍຸ ນ້ອຍອັນດັບ 2 ທີ່ໄດ້ 10 ແຊ໊ມ ເປັນຮອງພຽງ ໄທເກີ ວູດ ນັບແຕ່ ຫຼັງຍຸກສົງຄາມໂລກຄັ້ງທີ 2.
ສ່ວນ ຣໍຣີ ແມັກອິລຣອຍ ແຊ໊ມ 4 ເມເຈີຄົນ ໄອແລນເໜືອ ລວມ 6 ອັນເດີພາ 274 ຄະແນນ ຂຶ້ນມາຈົບທີ 17 ຮ່ວມ ແລະ ເຈົ້າ ຂອງແຊ໊ມເກົ່າ ຮັສເຊລ ນ໊ອກ ຈາກ ສະກອດແລນ ຕີເກີນໄປ 3 ໂອເວີພາ 73 ຄະແນນ ລວມ ອີ ເວນພາ 280 ຄະແນນ ຈົບອັນ ດັບ 62 ຮ່ວມ.