ຄິສໄຊຣ ເພລອອຟ ແຊ້ມໂຊນີ ໂອເພັນ

ການແຂ່ງຂັນກ໊ອຟພີຈີເອ ທົວ ລາຍການ ໂຊນີ ໂອເພັນ ຊິງເງິນລາງວັນລວມ 6,2 ລ້ານໂດລາສະຫະລັດ ທີ່ສະໜາມໄວອາເລ ຄັນທຣີ ຄລັບ ພາຣ 70 ໃນໂຮໂນລູລູ ເກາະຮາວາຍ ສະຫະລັດອາເມລິກາ, ຫລັງຈົບຮອບສຸດທ້າຍ ເຈມ ຮານ ນັກກ໊ອຟຊາວອາເມລິກາ ເລັ່ງເຄື່ອງວັນສຸດທ້າຍຕີໄດ້ 8 ອັນເດີພາຣ 62 ມີຄະແນນລວມ 17 ອັນເດີພາຣ 263 ຈົບເທົ່າກັບ ແພດຕັນ ຄິສໄຊຣ ເພື່ອນຮ່ວມປະເທດທີ່ວັນສຸດທ້າຍຕີ 2 ອັນເດີພາຣ 68 ເຮັດໃຫ້ທັງສອງຕ້ອງແຂ່ງເພລອອຟຕັດສິນແຊ້ມທີ່ຍືດເຍື້ອໄປເຖິງ 6 ຫລຸມ ແລະ ເປັນ ຄິສໄຊ ເຊຟພາ ເອົາຊະນະຄວ້າແຊ້ມລາຍການທີ 2 ໃນລະດູການນີ້ໄດ້ສຳເລັດ.
ສ່ວນ ທອມ ໂຮຈ ຜູ້ນຳຮອບຜ່ານມາ ຕີອີເວນພາຣ 70 ຫລຸດມາຈົບທີ່ 3 ຄະແນນລວມ 16 ອັນເດີພາຣ 264. ຂະນະທີ່ ຈັສຕິນ ໂທມັສ ເຈົ້າຂອງແຊ້ມເກົ່າ ຄະແນນລວມ 12 ອັນເດີພາຣ 268 ຈົບອັນດັບ 14 ແລະ ຈໍແດນ ສະປີ ອະດີດມື 1 ຂອງໂລກ ແລະ ແຊ້ມເມເຈີ 3 ລາຍການ ຄະແນນລວມ 11 ອັນເດີພາຣ 269 ທີ 18.

