ຮອງ​ປະທານ​ປະ​ເທດ​ຢ້ຽມຢາມແຂວງ​ຫົວພັນ

ໃນວັນທີ 25 ສິງຫານີ້, ທ່ານ ພັນຄໍາ ວິພາວັນ ຮອງປະທານເທດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ແຂວງຫົວພັນ ເພື່ອແນະນຳໃຫ້ຄະນະພັກ, ອົງການປົກຄອງແຂວງ, ສຸມໃສ່ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ​ໂດຍ​ສະ​ເພາະ ການກະກຽມ​ເນື້ອ​ໃນ, ບຸກຄະລາ​ກອນ ​ແລະ ອື່ນໆ ໃຫ້ມີຄວາມພ້ອມຮອບດ້ານ ແລະ ທັນຕາມເວລາທີ່ໄດ້ກຳນົດໄວ້.

ນອກຈາກ​ນີ້, ຍັງໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ຈົ່ງສືບຕໍ່ປັບປຸງແບບແຜນວິທີນຳພາ ແລະ ເຮັດວຽກ ໃຫ້ເຂົ້າສູ່ລະບຽບຫລັກການຢ່າງລະອຽດ, ໂດຍຍຶດໝັ້ນຕາມຫລັກ ການຂອງພັກຢ່າງເຂັ້ມງວດ​ເປັນ​ຕົ້ນ ການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ກ້າວເຂົ້າລະບຽບກົດໝາຍ, ຕີຖອຍປະກົດການແນວຄິດຄັບແຄບ, ແນວຄິດທ້ອງຖິ່ນ ແລະ ແນວຄິດກຸ່ມກ້ອນ ບໍ່ໃຫ້ເກີດຂຶ້ນພາຍໃນພັກ ແລະ ໃນໝູ່ມະຫາຊົນ, ສືບ​ຕໍ່ປຸກລະດົມຂົນຂວາຍປະຊາຊົນບັນ ດາເຜົ່າ ໃຫ້ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ສົ່ງເສີມການຜະ ລິດເປັນສິນຄ້າ ເພື່ອສ້າງລາຍຮັບ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.

ໃນໂອກາດນີ້, ທ່ານເຈົ້າແຂວງກໍ ໄດ້ລາຍງານສະພາບລວມໂດຍຫຍໍ້ ການປະຕິບັດໜ້າທີ່ວຽກງານພາຍໃນແຂວງໃນໄລຍະຜ່ານມາ ແລະ ກໍແຂວງໜຶ່ງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄ​ວິດ-19 ແລະ ການແຜ່ລະບາດຂອງຕັກກະແຕນ ທີ່ທໍາລາຍຜົນລະປູກຂອງປະຊາຊົົນເສຍຫາຍເປັນຈຳນວນບໍ່ໜ້ອຍ, ສົ່ງຜົນໃຫ້ການຂະຫຍາຍຕົວຂອງເສດຖະກິດພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້.