ສົກຮຽນ 2022-2023 ເມືອງປາກຊັນ ມີນັກຮຽນປະລະການຮຽນຫລາຍກວ່າ 100 ຄົນ ຍ້ອນຄອບຄົວຂາດເຂີນ ແລະ ຂາດແຮງງານຮັບໃຊ້ວຽກຄອບຄົວ

ກອງປະຊຸມປຶກສາຫາລື ຄົ້ນຄວ້າຫລຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນ ແລະ ເຜີຍແຜ່ນິຕິກຳສົ່ງເສີມຫັດກາຍຍະບໍລິຫານ, ອອກກຳລັງກາຍ ແລະ ຫລິ້ນກິລາ ເພື່ອສຸຂະພາບ ຂອງມວນຊົນ ຂອງເມືອງປາກຊັນ ໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2023 ຜ່ານມາ, ໂດຍການເປັນປະທານຮ່ວມຂອງທ່ານ ໂພຄໍາ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.
ຈຸດປະສົງເພື່ອເປັນການປະຕິບັດຕາມແຜນພັດທະນາສຶກສາຂອງພະແນກສຶກສາທິການ ແລະ ກິລາແຂວງ 5 ປີ 2021-2025 ໃຫ້ປາກົດຜົນເປັນຈິງ, ທັງເປັນການເຜີຍແຜ່ນິຕິກໍາສົ່ງເສີມຫັດກາຍຍະບໍລິຫານ, ອອກກໍາລັງກາຍ ແລະ ຫລິ້ນກິລາເພື່ອສຸຂະພາບຂອງສັງຄົມ ແລະ ເພື່ອເຮັດໃຫ້ບັນລຸ 15 ຄາດໝາຍຂອງຂະແໜງການສຶກສາ ຕາມທີ່ວາງໄວ້, ຍັງເປັນການປຶກສາຫາລື ຫລຸດຜ່ອນອັດຕາການປະລະຂອງນັກຮຽນ.
ພ້ອມນີ້, ທ່ານ ຄໍາແວ່ນ ປັນຍານຸວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ ລາຍງານອັດຕາປະລະການຮຽນໃຫ້ຮູ້ວ່າ: ຕໍ່ກັບສະພາບສັງຄົມໃນປັດຈຸບັນ ເຮັດໃຫ້ນັກຮຽນແລ່ນນໍາກະແສສັງຄົມ ຄອບຄົວຂາດເຂີນ ແລະ ຂາດແຮງງານຮັບໃຊ້ວຽກຄອບຄົວ ເຮັດໃຫ້ນັກຮຽນປະລະການຮຽນ ເກີດປາກົດການຫຍໍ້ທໍ້ໃນສັງຄົມ ຜູ້ປົກຄອງສ່ວນຫລາຍຄິດວ່າຮຽນຈົບໄປກໍບໍ່ໄດ້ໄປປະກອບອາຊີບຕາມສາຍທີ່ຮຽນຈົບມາ ແລະ ຊອກວຽກເຮັດງານທໍາໄດ້ຍາກ ເຫັນໄດ້ຫລາຍໃນສັງຄົມປັດຈຸບັນ ເຊິ່ງສະແດງອອກໃນສົກຮຽນ 2022 -2023 ໂຮງຮຽນມັດທະຍົມຕົ້ນ ແລະ ຕອນປາຍທົ່ວເມືອງປາກຊັນ ໃນຕົ້ນເດືອນກັນຍາມີນັກຮຽນທັງໝົດ: 4.557 ຄົນ ຍິງ 2.305 ຄົນ ມາເຖິງເດືອນພຶດສະພາ ນັກຮຽນທີ່ມີໜ້າທັງໝົດ 4.422 ຄົນ ຍິງ 2.237 ຄົນ, ດັ່ງນັ້ນ ເຫັນໄດ້ແຈ້ງວ່າ ໃນສົກຮຽນ 2022-2023 ມີຈໍານວນນັກຮຽນທີ່ປະລະການຮຽນທັງໝົດ: 135 ຄົນ ຍິງ 68 ຄົນ. ນອກຈາກນີ້ ທາງຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ສົມທົບກັບຄູ-ອາຈານລົງປະເມີນ, ເກັບກໍາຂໍ້ມູນນັກຮຽນທີ່ອ່ານພາສາລາວບໍ່ອອກ ແລະ ຂຽນບໍ່ເປັນ, ຄິດໄລ່ເລກ 4 ປະການບໍ່ໄດ້ ແລະ ຍັງໄດ້ລາຍງານຕໍ່ຜູ້ປົກຄອງວ່າ ລູກຂອງຕົນຈະຕ້ອງໄດ້ຈັດການບໍາລຸງ ຜູ້ປົກຄອງຕ້ອງມີສ່ວນຮ່ວມກັບຄູ-ອາຈານ ຕ່າງຝ່າຍຕ່າງມີສ່ວນຮ່ວມ ປຸກລະດົມຂົນຂວາຍຊ່ວຍກັນ.

