ຮິໂຣມຸ ອິນາດະ ຖືກບັນທຶກເປັນນັກກິລາ ທີ່ສ້າງສະຖິຕິໂລກອາຍຸຫຼາຍທີ່ສຸດ

ຮິໂຣມຸ ອິນາດະ ທີ່ມີອາຍຸ 87 ປີ ນັກກິລາ ໄຕຣກິລາ ຊາວຍີ່ປຸ່ນ ຖືວ່າເປັນຄົນຫຼ້າສຸດທີ່ໄດ້ຮັບການຢືນຢັນຈາກ ກິນເນສ ເວິລ ເຣກຄອດ ຢ່າງເປັນທາງການວ່າ ນັກກິລາທີ່ສ້າງສະຖິຕິໂລກເປັນຜູ້ແຂ່ງຂັນໃນລາຍການ ໄອຣອນແມນ.

ຮິໂຣມຸ ອິນາດະ ລົງແຂງ່ຂັນລາຍການ ໄອຣອນແມນ ເມື່ອວັນທີ 13 ຕຸລາ 2018 ທີ່ຮາວາຍ ເພື່ອພິສູດຄວາມແຂງແກ່ນຂອງຮ່າງກາຍ ໃນຕອນອາຍຸ 85 ປີກັບ 328 ວັນ ຈົນຈົບລາຍການ,ໂດຍລາຍການ ໂອຣອນແມນ ຄືລາຍການທີ່ພິສູດພາລະກໍາລັງເໜືອມະນຸກຢ່າງແທ້ຈິງ ຜູ້ເຂົ້າແຂ່ງຂັນຈະເລີ່ມຈາກການລອຍນໍ້າ 3,86 ກິໂລແມັດ, ຕໍ່ດ້ວຍປັ່ນລົດຖີບອີກ 180,25 ກິໂລແມັດ ແລະ ແລ່ນອີກ 42,20 ກິໂລແມັດ ເຊິ່ງເມື່ອ 3 ປີທ່ຜ່ານມາ ອິນາດະ ເຂົ້າເສັ້ນໄຊໃນເວລາ 16 ຊົ່ວໂມງ 53 ນາທີ 49 ວິນາທີ.
ເຊີ່ງ ຮິໂຣມຸ ອິນາດະ ໄດ້ກ່າວວ່າ: ກ່ອນເຂົ້າຮ່ວມລາຍການດັ່ງກ່າວຕ້ອງ ອອກກໍາລັງກາຍ 5-6 ວັນຕໍ່ອາທິດ, ຄວບຄຸມອາຫານ ໂດຍມີຜູ້ຊຽວຊານມາເບິ່ງແຍງຢ່າງໃກ້ຊິດ ຂະນະດຽວກັນກໍຍັງຄອຍຈົດເວລາຂອງຕົວເອງລະຫວ່າງແລ່ນ, ປັ່ນລົດຖີບ ແລະ ລອຍນໍ້າ ເພື່ອສໍາຫຼວດ, ຫາທາງພັດທະນາເວລາໃຫ້ດີຂຶ້ນເລື້ອຍໆ.
ປັດຈຸບັນ ຮິໂຣມຸ ອິນາດະ ອາຍຸໄດ້ 87 ປີກວ່າແລ້ວ, ແຕ່ຜົນງານຍັງຖືກບັນທຶກໄວເປັນສະຖິຕິຂອງລາຍການແຂ່ງຂັນ ຈົນຫຼ້າສຸດໃນອາທິດນີ້ ກິນເນສ ເວິລ ເຣກຄອດ ອົງກອນບັນທຶກສະຖິຕິໂລກ ກໍໃຫ້ການຍອມຮັບສະຖິຕິດັ່ງກ່າວເປັນຜູ້ເຂົ້າຮວມແຂ່ງຂັນອາຍຸຫຼາຍທີ່ສຸດໃນໂລກ ທີ່ແຂ່ງຂັນຈົນຈົບລາຍການ ໄອຣອນແມນ.

