ຢູ-12 ດັບເບິນຢູໄອຈີ ນາຄາ ສ້າງຜົນງານຄວ້າອັນດັບ 5 ຈາກ 32 ທີມ ເຕະບານ ເຈເອັດ ຄັບ 2023 ທີ່ ສ.ເກົາຫລີ

ຖືເປັນຜົນງານຄັ້ງປະຫວັດສາດຂອງວົງການບານເຕະເຍົາວະຊົນລາວ ເມື່ອທັບນັກເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 12 ປີ ຫຼື ຢູ-12 ສະໂມສອນ ດັບເບິນຢູໄອຈີ ນາຄາ (WIG NAGA) ສາມາດສ້າງຜົນງານຢ່າງໂດດເດັ່ນລົງສະໜາມ 6 ນັດຊະນະ 5 ແລະ ເສຍ 1 ນັດ ຄວ້າອັນດັບ 5 ຈາກ 32 ທີມຊັ້ນນໍາໃນຕ່າງປະເທດເຂົ້າຮ່ວມ ໃນການແຂ່ງຂັນເຕະບານ ລາຍການ JS CUP 2023 ຫຼື “Ji-Sung Park International youth Cup 2023” ທີ່ປະເທດ ສ.ເກົາຫຼີ ລະຫວ່າງວັນທີ 20-27 ກໍລະກົດ 2023.
ການແຂ່ງຂັນເຕະບານລະດັບເຍົາວະຊົນ ລາຍການ JS CUP 2023 ຫຼື “Ji-Sung Park International youth Cup 2023” ທີ່ ສ.ເກົາຫຼີ ມີເຖິງ 32 ທີມເຂົ້າຮ່ວມ ປະກອບມີ: ທີມຊັ້ນນໍາຈາກ ສ.ເກົາຫຼີ ເຈົ້າພາບ 24 ທີມ, ສປ ຈີນ 2 ທີມ, ໄທ 2 ທີມ, ຍີ່ປຸ່ນ 1 ທີມ, ຮົງກົງ 1 ທີມ, ສປປ ລາວ 1 ທີມ ແລະ ຕີມໍ ເລດເຕ 1 ທີມ ແບ່ງອອກເປັນ 8 ກຸ່ມໆລະ 4 ທີມ ຄັດເອົາທີ 1 ຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍ (ຮອບດິວິຊັນ 1) ສ່ວນອັນດັບ 2, 3 ແລະ 4 ແມ່ນໄປຫຼິ້ນໃນດິວິຊັນ 2, 3 ແລະ 4 ຕາມລໍາດັບ.
ຜ່ານການແຂ່ງຂັນປາກົດວ່າ: ຢູ-12 ດັບເບິນຢູໄອຈີ ນາຄາ ສ້າງຜົນງານຢ່າງໂດດເດັ່ນຊະນະ 3 ນັດລວດໃນຮອບແບ່ງກຸ່ມ ກຸ່ມ E ຄືຊະນະ ນຳຢາງ ເຮັດເຈ ເອັບຊີ (NAMYANG HJ FC) 2-0 ປະຕູ, ຊະນະ ກັນໂປຢູດ ເອັບຊີ (GUNPO YOUTH FC) 1-0 ປະຕູ ແລະ ຊະນະ ແດຊອນ (DAECHEON) 9-0 ປະຕູ ຄວ້າແຊັມກຸ່ມ ຜ່ານເຂົ້າ 8 ທີມສຸດທ້າຍ ພົບກັບ ພະຢອງແທັກ ເຈເອັດ ເອັບຊີ (PYEONGTAEK JS FC) ທີມເຈົ້າພາບຂອງ ປາກ ຈີຊອງ ອະດີດນັກເຕະຂອງ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ທີມດັງຈາກອັງກິດ ແລະ ທີມຊາດ ສ.ເກົາຫຼີ ຊຶ່ງຮອບ 8 ທີມສຸດທ້າຍ ຢູ-12 ດັບເບິນຢູໄອຈີ ນາຄາ ເຮັດໄດ້ດີ ແລະ ມີໂອກາດຈະຊະນະ ກ່ອນຈະສະເໝີ 2-2 ໃນເວລາປົກກະຕິ ຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ ແຕ່ໜ້າເສຍດາຍທີມຈາກ ສປປ ລາວ ຍິງພາດໄປເຖິງ 2 ຄົນ ເຮັດໃຫ້ເສຍໃຫ້ກັບ ພະຢອງແທັກ ເຈເອັດ ເອັບຊີ 2-3 ປະຕູ ໝົດສິດໄປແຂ່ງຂັນໃນຮອບ 4 ທີມສຸດທ້າຍ.
ຢ່າງໃດກໍຕາມ, ຢູ-12 ດັບເບິນຢູໄອຈີ ນາຄາ ໄດ້ມາລຸ້ນອັນດັບ 5 ໂດຍສາມາດເອົາຊະນະ ກິຮຶງ ເອັບຊີ (GIHEUNG FC) 3-0 ປະຕູ ຜ່ານເຂົ້າໄປຊີງອັນດັບ 5 ກັບ ວອນຈູ ລີດເດີ້ (WONJU LEADERS) ທີມຈາກ ສ.ເກົາຫຼີ ປາກົດວ່າ: ຢູ-12 ດັບເບິນຢູໄອຈີ ນາຄາ ທີມຈາກ ສປປ ລາວ ສາມາດບຽດເອົາຊະນະໄປໄດ້ 2-1 ຄວ້າອັນດັບ 5 ໄປຄອງ ແລະ ພິເສດ ທ້າວ ສອນສະຫວັນ ສີຫາຄູນ (ສອງ) ຜູ້ຮັກສາປະຕູຂອງ ຢູ-12 ດັບເບິນຢູໄອຈີ ນາຄາ ຍັງຄວ້າລາງວັນຜູ້ຮັກສາປະຕູດີເດັ່ນປະຈໍາລາຍການ ເສຍພຽງ 3 ປະຕູ ຈາກຜົນງານລົງສະໜາມ 6 ນັດ ພາທີມຊະນະ 5 ນັດ ແລະ ເສຍ 1 ນັດ ໃນລາຍການນີ້.
ຂໍ້ມູນ-ພາບ: WIG NAGA