ນະຄອນໄກສອນພົມວິຫານປ່ອຍປາ 15 ພັນ ລົງອ່າງເກັບນ້ຳບຶງຫວະ

ໃນວັນທີ 17 ກໍລະກົດນີ້, ນະຄອນໄກສອນພົມວິຫານໄດ້ຈັດພິທີປ່ອຍປາລົງສູ່ອ່າງເກັບນ້ຳບຶງຫວະ ຈຳນວນ 15 ພັນໂຕ, ໃນພິທີທ່ານ ແສງທອງວັງແກ້ວມະນີ ເຈົ້າຄອງນະຄອນໄກສອນພົມວິຫານໄດ້ເນັ້ນຫລາຍບັນຫາສຳຄັນເປັນຕົ້ນແມ່ນໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບໍ່ໃຫ້ລ່າສັດ ແລະ ປາທຸກຊະນິດໃນລະດູເຂົ້າພັນສາເຊິ່ງແມ່ນລະດູທີ່ສັດນ້ຳ-ປ່າວາງໄຂ່ ຫລື ຖືພາມານ, ຫ້າມຕັນທາງເດີນຂອງຂອງປາທີ່ຈະຂຶ້ນວ່າງໄຂ່ຕາມສາຍຫ້ວຍ ແລະ ແມ່ນ້ຳລຳຄອງດ້ວຍວຶທີການໃດໆ, ຫ້າມເດັດຂາດບໍ່ໃຫ້ນຳເຄື່ອງຫາປາທີ່ມີລັກສະນະດັບສູນເປັນຕົ້ນແມ່ນໃຊ້ລິເບີດ, ໄຟຟ້າຊັອດ, ເບື່ອປາ, ໃຊ້ດາງກວາດ ຫລື ມອງທີ່ມີຂະໜາດຖີ່ເກີນໄປຫາກພົບເຫັນປະກົດການດັ່ງກ່າວແມ່ນຕ້ອງໄດ້ລາຍງານໃຫ້ການຈັດຕັ້ງອຳນາດການປົກຄອງປະຕິບັດມາດຕະການຕາມລະບຽບກົດໝາຍ.

ທັງນີ້, ກໍເພື່ອເປັນການສ້າງຈິດສຳນຶກໃຫ້ແກ່ຊາວໜຸ່ມເຍົາວະຊົນ ແລະ ປະຊາຊົນໃຫ້ມີນ້ຳໃຈຮັກທຳມະຊາດ, ຮັກຫ້ວຍໜອງຄອງບຶງ ແລະ ຫ້ວຍນ້ຳວັງປາຂອງຕົນ ເພື່ອເປັນການເສີມສ້າງຄວາມເຂົ້າໃຈໃນການຂະຫຍາຍພັນສັດນ້ຳ-ສັດປ່າ, ຮູ້ປົກປັັກຮັກສາຊັບພະຍາກອນທຳມະຊາດ ແລະ ສະພາບແວດລ້ອມໃຫ້ຍືນຍົງຕະຫລອດໄປ.
